ທີມຊາດ ຢູ-19 ຫວຽດນາມໄດ້ສິດເຂົ້າໄປຫລິ້ນ ເຕະບານໂລກ ລຸ້ນ ຢູ-20 ໃນປີໜ້າ

ຂໍສະແດງຄວາມຍິນດີກັບຜົນງານອັນສະເໝີຕົ້ນສະເໝີປາຍ ຂອງທີມຊາດ ຢູ-19 ຫວຽດນາມ ທີ່ສາມາດເອົາຊະນະເຈົ້າພາບ ຢູ-19 ບາເຣນ 1-0 ໃນຮອບກ່ອນຮອງຊະນະເລີດ ໄດ້ຜ່ານເຂົ້າຮອບຮອງຊະນະເລີດສຳເລັດ ແລະ ທີ່ສຳຄັນ ໄດ້ສິດເຂົ້າໄປຫລິ້ນເຕະບານໂລກ ລຸ້ນ ຢູ-20 ໃນປີໜ້າ ນັບເປັນການສ້າງປະຫວັດສາດໜ້າໃໝ່ຂອງວົງການບານເຕະຫວຽດນາມ

ຜົນງານທີ່ຜ່ານມາ: ຮອບທຳອິດ ຊະນະ ເກົາຫລີເໜືອ 2-1; ສະເໝີ ຢູເອອີ 1-1; ສະເໝີ ອີຣັກ 0-0 ໄດ້ເປັນທີສອງຂອງສາຍ. ລໍຖ້າຜົນການຈັບສະຫລາກ ໃນຮອບຮອງຊະນະເລີດ.

2712

ຂໍ້ມູນ ແລະ ພາບຈາກ: ແຟນພັນແທ້ ບານລາວ Fan Club Football Laos
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!