spot_img
Homeຂ່າວພາຍ​ໃນທັບນັກກີລາກະຕໍ້ຊິນລອນ ຄວ້າ 2 ຫຼຽນທຳອິດມາຄອງໃນຊີເກມ

ທັບນັກກີລາກະຕໍ້ຊິນລອນ ຄວ້າ 2 ຫຼຽນທຳອິດມາຄອງໃນຊີເກມ

Published on

ນັກກີລາກະຕໍ້ຊິນລອນຂອງລາວ ສາມາດຍາດໄດ້ 2 ຫຼຽນທັບອິດໃຫ້ກັບທັບນັກກີລາ ສປປ ລາວ ໃນງານມະຫາກຳກີລາ ຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ

ອີງຕາມເວັບໄຊທາງການຂອງຊີເກມ 2017 ຫຼື ກົວລາລຳເປີ ເກມ ລະບຸເມື່ອຕອນບ່າຍຂອງວັນທີ 17 ສິງຫາ ທີ່ຜ່ານມາ ເປັນການແຂ່ງຂັນຮອບຊິວຊະນະເລີດ ຊີນລອນ ອີເວັນ 4 ລະຫວ່າງທີມຊາດລາວ ພົບກັບ ມຽນມາ

ໂດຍນັກກີລາກະຕໍ້ຂອງລາວເກັບຄະແນນໄດ້ 148 ຄະແນນ ເສຍໃຫ້ກັບມຽນມາພຽງແຕ່ຄະແນນດຽວເທົ່ານັ້ນ (148-149) ສົ່ງຜົນໃຫ້ມຽນມາຄວ້າຫຼຽນຄຳໄປຄອງ

ສ່ວນອີກຫຼຽນຂອງກະຕໍ້ຊິນລອນລາວ ແມ່ນໄດ້ມາຈາກລາຍການ ກະຕໍ້ ຊິນລອນ ອີເວັນ 2 ເມື່ອວັນທີ 16 ທີ່ຜ່ານມາ ທີ່ສາມາດຍາດໄດ້ຫຼຽນທອງຮ່ວມກັບເຈົ້າພາບມາເລເຊຍ, ສ່ວນຫຼຽນຄຳຕົກເປັນຂອງມຽນມາ ແລະ ຫຼຽນເງິນຕົກເປັນຂອງໄທ

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...