spot_img
Homeຄົມຄິດຄົມຄົນທັກສະການເອົາໂຕລອດໃນສັງຄົມ

ທັກສະການເອົາໂຕລອດໃນສັງຄົມ

Published on

ຂ້ອຍຕ້ອງຂໍຊົມເຊີຍນຳນ້ອງນຸ່ງຄົນລາວເຮົາສະໄຫມນີ້ທີ່ມີຄວາມຢາກເຮັດຢາກໄດ້ແລະຢາກດີໄວຂື້ນ ບາງຄົນຍັງຮຽນບໍ່ຈົບກໍ່ມີແນວຄິດເລື່ອງການເຮັດວຽກແລະທຸລະກິດຂອງຕົນແລ້ວ ແຕ່ສ່ວນຫລາຍແລ້ງຍັງບໍ່ຮູ້ວ່າຕົນເອງຕ້ອງພັດທະນາຕົນເອງຍັງຈຸດໃດ ມື້ນີ້ເຮົາຈະມາເວົ້າ 4ທັກສະຫລັກທີ່ຕ້ອງໃຊ້ໃນການເຮັດວຽກແລະເຮັດທຸລະກິດເປັນປະຈຳ ຖ້າເຮົາມີຄົບທັງ4ທັກສະທີ່ຈະກ່າວມານັ້ນຮັບຮອງເລີຍວ່າເຮົາຈະໄດ້ປຽບກວ່າຫມູ່ຜູ້ຈົບມາໃນລຸ້ນດຽວກັນຢ່າງແນ່ນອນ ລອງມາເບີ່ງມີຫຍັງແນ່

1. ການເວົ້າ
ຍຸກນີ້ເປັນຍຸກຂອງໄອທີຄອງໂລກເຮັດໃຫ້ຄົນລົມກັນຫນ້ອຍລົງ ລົມກັນທີ່ໃຊ້ການເວົ້າບໍ່ແມ່ນການແຊດຫລືການຂຽນ ສະນັ້ນຖ້າເຈົ້າເກັ່ງດ້ານນີ້ຈຶງໄດ້ປຽບ ເພາະການເວົ້າເປັນສີ່ງທີ່ສຳຄັນຫລາຍ ຢ່າງຫນ້ອຍກໍ່ຕອນເຈົ້າເຂົ້າສຳພາດວຽກ ແລະການໂນ້ມນ້າວຈິດໃຈຄົນກໍ່ເກີດມາຈາກການເວົ້າ ຍຸກນີ້ຄົນເວົ້ານຳກັນຫນ້ອຍລົງແມ້ກະທັ້ງຜົວເມຍນອນຕຽງດຽວກັນຍັງບໍ່ໄດ້ລົມກັນແຕ່ແຊັດນຳຫມູ່ທິ່ຢູ່ໄກ

2. ການຂາຍ
ກ່ອນທິ່ເຈົ້າຈະປະສົບຜົນສຳເລັດໄດ້ເຈົ້າຕ້ອງເປັນນັດຂາຍທີ່ດີ ຫລືເວົ້າອີກໃນຫນື່ງວ່າຖ້າເຈົ້າເປັນນັກຂາຍທີ່ດີ ໂອກາດຂອງຄວາມປະສົບຜົນສຳເລັດກໍ່ມີສູງ ລອງສັງເກດເບີ່ງບັນດານັກທຸລະກິດແລະຜູ້ນຳລະດັບປະເທດລ້ວນແລ້ວແຕ່ເປັນນັກຂາຍຊັ້ນເລີດ ເພາະເຂົາຂາຍຄວາມຄິດສ້າງສັນ ບາງຄົນຂາຍຝັນ ບາງຄົນຂາຍອານາຄົດ ແລະສິ່ງທີ່ຫນ້າສົນໃຈຄື ຖ້າເປັນນັກຂາຍທີ່ເກັ່ງບໍ່ຈຳເປັນຕ້ອງຂາຍສີນຄ້າພຽງຢ່າງດຽວແຕ່ສາມາດຂາຍການບໍລິການແລະທັດສະຂອງເຮົາໄດ້ອີກເຊັ່ນ ນັກອອກແບບ

3.ຜູ້ນຳ
ອັນນີ້ຍາກສຸດ ແຕ່ຖ້າເຈົ້າເປັນຫລືມີຄວາມເປັນຜູ້ນຳ ເຈົ້າບໍ່ມີທາງທຸກເພາະເຈົ່າຄືຜູ້ນຳໃນສາຍອາຊີບທີ່ເຈົ້າເຮັດ ຜູ້ນຳໃນສາຍອາຊີບລວຍທຸກຄົນ ຜູ້ນຳໃນດ້ານການແຕ້ມຮູບແລະການສິນລະປະຂອງເມືອງໄທກໍ່ຄື ອາຈານສະເຫລີມໄຊທີ່ລວຍພັນລ້ານ ທັງທີ່ຫລາຍຄົນຄິດວ່າການແຕ້ມຮູບຄືອາຊີບໃສ້ແຫ້ງ ອາຈານບອກວ່າແຕ້ມຮູບດຽວຢູ່ໄດ້ເປັນປີ

4. ການໃຫ້
ຍຸກນີ້ເປັນຍຸກທີ່ສັງຄົມອອນລາຍເຕີບໃຫຍ່ແລະມີລັກສະນະຂະຫຍາຍຂື້ນເລື້ອຍໆ ການແບ່ງປັນປະສົບການ ການແຊຈະຊ່ວຍສ້າງເວທີ ສ້າງຈຸດຢືນ ສ້າງລູກຄ້າ ແລະສ້າງເງີນໃນທີ່ສຸດ ແຊສີ່ງທີ່ເຈົ້າເກັ່ງທີ່ສຸດໃຫ້ຫມູ່ອ້ອມຂ້າງ ແລະສັງຄົມໂດຍລວມແລ້ວ ທຸກໂອກາດຈະແລ່ນເຂົ້າມາຫາເຮົາເອງ

ທັງ4ທັກສະທີ່ກ່າວມານັ້ນບໍ່ແມ່ນເລື່ອງທີ່ໃຫມ່ສຳລັບຫລາຍຄົນແຕ່ເຮົາຕ້ອງແນ່ໃຈວ່າເຮົາທັງ4ຢ່າງເພື່ອໃຫ້ໂຕເຮົາເອງກ້າວຂື້ນໄປມີບົດບາດຕໍ່ອົງກອນແລະສັງຄົມເວລາທີ່ຈົບມາ ສ່ວນຜູ້ໃດທີ່ຍັງອ່ອນຂໍ້ໃດກໍ່ຂໍໃຫ້ປັບປຸງ ແລະຂໍໃຫ້ໂຊກດີ

ຂໍ້ມູນຈາກເພສ: ນັກທຸລະກິດມືໃຫມ່ entrepreneur

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...