ທະເລສາບທີ່ໃຫຍ່ທີ່ສຸດຂອງຈີນ ນໍ້າແຫ້ງກາຍເປັນທົ່ງຫຍ້າປົ່ງຂຶ້ນ

0
1885

ອີງຕາມການລາຍງານຂອງສຳນັກຂ່າວຊິນຫົວ ປະເທດຈີນ ໃນວັນທີ 4 ພະຈິກນີ້ວ່າ ທະເລສາບຜໍຫຍາງ ເມືອງຈິ່ວຈຽງ ມົນທົນຈຽງຊີ, ມີທະເລສາບນໍ້າຈືດຂະໜາດໃຫຍ່ທີ່ສຸດຂອງຈີນ ເປັນທະເລສາບທີ່ມີລະບົບຊົນລະປະທານ ທີ່ມີປະສິດທິພາບສູງ ມີຊັບພະຍາກອນນໍ້າອຸດົມສົມບູນ ແລະມີນໍ້າທີ່ຫຼາກຫຼາຍ

ປັດຈຸບັນ ທະເລສາບນໍ້າຈືດນັ້ນ ກາຍເປັນທົ່ງຫຍ້າສີຂຽວປົ່ງຂຶ້ນແທນ ເພາະວ່າລະດັບນໍ້າໃນທະເລສາບຫຼຸດລົງຫຼາຍ ຈົນເຂົ້າສູ່ລະດູແລ້ງ ທີ່ຖືວ່າຮຸນແຮງທີ່ສຸດ, ໃນຊ່ວງທ້າຍເດືອນຕຸລາ ທີ່ຜ່ານມາ ເຊິ່ງລະດັບນໍ້າຫຼຸດລົງ 12 ແມັດ ສົ່ງຜົນກະທົບເຮັດໃຫ້ເຮືອປະມົງຈຳນວນຫຼາຍຕ້ອງພົບຄວາມຫຍຸ້ງຍາກຫຼາຍ