spot_img
Homeຂ່າວຕ່າງປະເທດທະຫານມຽນມາຍຶດຖັງອົກຊີ ທີ່ນໍາເຂົ້າຈາກປະເທດໄທ

ທະຫານມຽນມາຍຶດຖັງອົກຊີ ທີ່ນໍາເຂົ້າຈາກປະເທດໄທ

Published on

ເວັບໄຊ້ຂ່າວ Posttoday ໄດ້ລາຍງານວ່າ: ໃນວັນທີ 27 ກໍລະກົດ 2021 ພັນເອກ ມຽວ ມິນ ນອງ (Myo Min Naung) ໄດ້ຍອມຮັບວ່າໄດ້ສັ່ງໃຫ້ທະຫານເຂົ້າຍຶດຖັງອົກຊີຈໍານວນ 100 ຖັງທີ່ອົງກອນການກຸສົນເມືອງຢ່າງກຸ້ງ ທີ່ນໍາເຂົ້າມາຈາກປະເທດໄທເພື່ອປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໂດຍຖັງອົກຊີດັ່ງກ່າວຖືກນໍາເຂົ້າຜ່ານທາງຂົວມິດຕະພາບໄທ-ມຽນມາ ໃນເມືອງມຽວດີ ໃນວັນເສົາທີ 24 ກໍລະກົດ 2021 ທີ່ຜ່ານມາ.

ແຕ່ຕໍ່ມາ ພັນເອກ ມຽວ ມິນ ນອງ ກໍໄດ້ກ່າວຕໍ່ກັບໜັງສືພິມຂອງລັດຖະບານມຽນມາ ໂດຍໃຫ້ການປະຕິເສດວ່າບໍ່ໄດ້ຍຶດເອົາຖັງອົກຊີ ພຽງແຕ່ຢືມໄປໃຊ້ໃນໂຮງໝໍ ແລະ ສູນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ມີຄວາມຕ້ອງການໃຊ້ອົກຊີຢ່າງເລັ່ງດ່ວນເທົ່ານັ້ນ.

ເຖິງຢ່າງໃດກໍຕາມປະຊາຊົນເຊື່ອວ່າເປັນພຽງຂໍ້ອ້າງໃນການປະຕິເສດເທົ່ານັ້ນ ໃນຂະນະທີ່ປະຊາຊົນຜູ້ພົບເຫັນເຫດການໄດ້ບອກວ່າກອງກໍາລັງຂອງລັດຖະບານມີການຄຸກຄາມ ແລະ ຂົ່ມຂູ່ດ້ວຍອາວຸດໃນຂະນະທີ່ນໍາຖັງອົກຊີອອກໄປ ແລະ ໃນຕອນຄໍ່າຂອງວັນທີ 24 ກໍລະກົດ 2021 ກອງກໍາລັງທະຫານຂອງມຽນມາກໍໄດ້ມອບເງິນຈໍານວນ 272.000.000 ກີບ ໃຫ້ແກ່ຜູ້ນໍາເຂົ້າຖັງອົກຊີເພື່ອຮັບປະກັນວ່າຈະມີການສົ່ງຖັງອົກຊີຄືນ ແຕ່ຈົນເຖິງຕອນນີ້ຜູ້ນໍາເຂົ້າຖັງອົກຊີກໍຍັງບໍ່ໄດ້ຮັບເງິນຈໍານວນດັ່ງກ່າວ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...