spot_img
Homeຂ່າວຕ່າງປະເທດ"ທະວິດເຕີ້" ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນໄດ້ຕະຫຼອດຊີວິດ

“ທະວິດເຕີ້” ອະນຸຍາດໃຫ້ພະນັກງານເຮັດວຽກຢູ່ເຮືອນໄດ້ຕະຫຼອດຊີວິດ

Published on

ອີງຕາມການລາຍງານຂ່າວຈາກ nbc news ໃຫ້ຮູ້ວ່າ ທ່ານ ແຈັດ ດໍຣຊີ່ (Jack Dorsey) ຫົວໜ້າບໍລິຫານ ທະວິດເຕີ້ ກ່າວກັບພະນັກງານຂອງເຂົາເມື່ອວັນອັງຄານທີ່ຜ່ານມາວ່າ ພະນັກງານຈະໄດ້ຮັບອະນຸຍາດໃຫ້ເຮັດວຽກຢູ່ເຮືອນຂອງຕົນເອງໄດ້ ເຖິງແມ່ນວ່າຈະສິ້ນສຸດວິກິດການໂຄວິດ-19 ແລ້ວກໍ່ຕາມ ແລະ ຄາດວ່າທະວິດເຕີ້ຈະເປີດຫ້ອງການໄວທີ່ສຸດໃນເດືອນກັນຍາ ສ່ວນກິດຈະກຳກ່ຽວກັບການປະຊຸມ ຫຼື ການພົບປະກັນແມ່ນຈະເລື່ອນອອກໄປຈົນເຖິງປີໜ້າ. ທັງນີ້, ທາງທະວິດເຕີ້ຈະມີແຜນການປະເມີນສະຖານະການຂອງປີ 2021 ກັນອີກຄັ້ງໃນໄລຍະ 6 ເດືອນທ້າຍປີນີ້.

ໂຄສົກຂອງທະວິດເຕີ້ໄດ້ກ່າວວ່າ ບໍລິສັດໃຫ້ຄວາມສຳຄັນກັບການກະຈາຍອຳນາດ, ການເຮັດວຽກ ໂດຍບໍ່ຢຶດຕິດກັບສູນກາງ ແລະ ສະໜັບສະໜູນໃຫ້ຄົນເຮັດວຽກຢູ່ສະຖານທີ່ໃດກໍ່ໄດ້ ໃນໄລຍະ 2-3 ເດືອນທີ່ຜ່ານມາ. ມັນໄດ້ຊີ້ໃຫ້ເຫັນວ່າ ການເຮັດວຽກຢູ່ເຮືອນນັ້ນແມ່ນເຮັດໄດ້ ເຊິ່ງໝາຍຄວາມວ່າ ຖ້າພະນັກງານສາມາດເຮັດວຽກຢູ່ເຮືອນຂອງພວກເຂົາໄດ້ກໍ່ໃຫ້ເຮັດຕໍ່ໄປເລີຍ ແລະ ຖ້າຄົນໃດເຮັດວຽກຢູ່ເຮືອນບໍ່ໄດ້ກໍ່ໃຫ້ກັບເຂົ້າມາເຮັດວຽກຢູ່ສຳນັກງານໄດ້ສະເໝີ ສຳນັກງານຈະເປີດຮັບທຸກຄົນຢ່າງອົບອຸ່ນ ເຖິງແມ່ນວ່າອາດຕ້ອງໃຊ້ມາດຕະການຄວາມປອດໄພແນ່ກໍ່ຕາມ.

ກ່ອນໜ້ານີ້, ບໍລິສັດເທັກໂນໂລຢີຊັ້ນນຳຢ່າງ ກູໂກ້ (Google) , ເຟສບຸກ (Facebook) ແລະ ໄມໂຄຣຊອຟ (Microsoft) ກໍ່ໄດ້ໃຫ້ຄວາມສຳຄັນກັບການເຮັດວຽກຢູ່ເຮືອນ ແລະ ຍັງບໍ່ມີກຳນົດໃຫ້ກັບມາເຮັດວຽກທີ່ສຳນັກງານຈົນໝົດປີນີ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...