spot_img
Homeຂ່າວການພັດທະນາທະນາຄານໂລກ ຊຸກຍູ້ວຽກງານການພັດທະນາກວ່າ 270 ລ້ານໂດລາ

ທະນາຄານໂລກ ຊຸກຍູ້ວຽກງານການພັດທະນາກວ່າ 270 ລ້ານໂດລາ

Published on

20140710105456

 

ທະນາຄານ​ໂລກ ​ໄດ້​ມີ​ບົດບາດ​ສຳຄັນ​ຕໍ່​ການຈັດຕັ້ງ​ປະຕິບັດ ​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ

ຂອງ ​ສປປ ລາວ ດ້ວຍຫຼາຍ​ຮູບ​ແບບ ທັງ​ການ​ຊ່ວຍເຫຼືອລ້າ ແລະ ກູ້​ຢືມ​ດອກ​ເບ້ຍ​ຕ່ຳ ນັບແຕ່​ປີ

2010-2014 ທະນາຄານໂລກ ​ໄດ້​ໃຫ້ການ​ຊ່ວຍເຫຼືອ ແລະ ຮ່ວມ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ໂຄງການ​ພັດ

ທະນາ​ຢູ່​ລາວ ມູນ​ຄ່າ 270 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 2.168 ຕື້​ກີບ ເຊິ່ງ​ນັ້ນໄດ້​ເຮັດ​ໃຫ້​ພື້ນຖານ

​ໂຄງ​ລ່າງ​ຂອງປະເທດ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນເປັນ​ກ້າວໆ.

 

ທ່ານ ສົມ​ສະຫວາດ ເລັ່ງ​ສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ໄດ້​ຕ້ອນຮັບ​

ການ​ເຂົ້າ​ຢ້ຽມ​ຄຳນັບອຳ​ລາ ​ຂອງ​ຜູ້ຕາງໜ້າ​ຫ້ອງການທະນາຄານ​ໂລກ ປະຈຳ​ລາວ ທ່ານ​ນາງ ເຄ​ໂກະ

ມີ​ວະ ໃນ​ວັນ​ທີ 10 ກໍລະກົດ 2014 ຢູ່​ທີ່​ຫ້ອງ​ວ່າການ​ລັດຖະບານ ເຊິ່ງ​ທ່ານ​ຮອງນາຍົກລັດຖະມົນຕີ

ໄດ້​ໃຫ້ການຕ້ອນຮັບ​ອົບ​ອຸ່ນ ສະແດງ​ຄວາມຍ້ອງຍໍ-ຊົມເຊີຍ ຜົນສຳເລັດ​ຂອງທ່ານ​ນາງ ເຄ​ໂກະ ມີ​ວະ

ທີ່​ໄດ້​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນວຽກ​ງານ​ລະດົມ​ຈາກ​ບັນດາ​ປະເທດ​ເພື່ອນ​ມິດ ແລະ ສາກົນ

ເພື່ອ​ຊ່ວຍເຫຼືອ​ວຽກ​ງານ​ການ​ພັດທະ​ນາ​ຢູ່​ລາວ ອັນ​ເຮັດ​ໃຫ້​ພື້ນຖານ​ໂຄງ​ລ່າງ​ດ້ານ​ເສດຖະກິດ-ສັງຄົມ

ເປັນຕົ້ນ​ແມ່ນ ຕາ​ໜ່າງດ້ານ​ວຽກ​ງານ​ສຶກ​ສາ​ທິ​ການ ແລະ ສາທາລະນະ​ສຸກ​ມີ​ການປັບປຸງ​ດີ​ຂຶ້ນ

ສຳລັບ​ທ່ານ​ນາງ ເຄ​ໂກະ ມີ​ວະ ໄດ້​ມາ​ຮັບ​ຕຳແໜ່ງຜູ້ຕາງໜ້າ​ຫ້ອງການ​ທະນາຄານໂລກ ​ປະຈຳ​ລາວ

ແຕ່​ເດືອນ​ສິງຫາ ປີ 2010 ເປັນຕົ້ນ​ມາ.

 

ແຫຼ່ງຂ່າວ: Vientiane Mai Online

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...