ທະ­ນາ­ຄານ​ໂລກ ຊ່ວຍເຫຼືອ​ທຶນ ແກ່ລັດ­ຖະ­ບານ​ລາວ

20150507101711

ລັດ­ຖະ­ບານ​ລາວ ໄດ້​ຮັບ​ການຊ່ວຍ­ເຫຼືອ​ທາງ​ດ້ານ​ທຶນ­ຮອນ​ຈາກ​ທະ­ນາ­ຄານ​ໂລກ ເພື່ອ​ຈັດ​ຕັ້ງ​ປະ­ຕິບັດ​ໂຄງ­ການ​ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ​ລາວ​ໄລ­ຍະ 2 (ຄສລ2) ໂດຍ​ຜ່ານກອງ​ທຶນ​ປົກ​ປັກ​ຮັກ­ສາສິ່ງ­ແວ­ດລ້ອມ (ກປສ) ໂດຍ​ໂຄງການ​ດັ່ງ­ກ່າວ​ຈະ​ຊ່ວຍ​ສ້າງ​ຄວາມເຂັ້ມ­ແຂງ​ໃນ​ການ​ບັງ­ຄັບ​ໃຊ້​ ກົດໝາຍ​ສັດ­ປ່າ ປັບ­ປຸງ​ຄວາມ​ສາມາດ​ໃນ​ການ​ສະ­ໜອງ​ທຶນຂອງກອງ​ທຶນ​ປົກ​ປັກ​ຮັກ­ສາ​ສິ່ງ​ ແວດລ້ອມ ສະ­ໜັບ­ສະ­ໜູນ​ການ​ສ້າງຄວາມ​ສາ­ມາດ​ຂອງການ­ຈັດ­ຕັ້ງແຫ່ງ​ຊາດ ຈັດ​ຕັ້ງ​ປະ­ຕິ­ບັດ ແລະ ຕິດ­ຕາມ​ລະ­ບຽບກົດ­ໝາຍ​ສິ່ງແວດ​ລ້ອມ ແລະ ສັງ­ຄົມ​ລາວ ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ຫຼັກ­ສູດການ​ສຶກ​ສາ​ດ້ານ​ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ ເພື່ອ​ພັດ­ທະ­ນາ​ຊັບພະ­ຍາ­ກອນ​ມະ­ນຸດ ແລະ ສະ­ໜັບສະ​ໜູນ​ປ່າ​ສະ­ຫງວນ ແລະ ອ່າງໂຕ່ງ​ຕອນ​ເທິງ​ຂອງ​ສາຍ​ນ້ຳທີ່​ມີປ່າ­ໄມ້​ ທີ່​ມີ​ຄວາມ​ສຳ­ຄັນ​ຕໍ່​ນ້ຳ­ຕົກ ເຊິ່ງ​ໂຄງ­ການ​ດັ່ງ­ກ່າວ​ນີ້​ຈະ​ກວມເອົາ 8 ແຂວງ ​ຄື: ແຂວງ​ຫົວ­ພັນ ຊຽງ​ຂວາງ ຫຼວງ​ພະ​ບາງ ວຽງຈັນ ໄຊ​ສົມ­ບູນ ບໍ​ລິ​ຄຳ​ໄຊ ຄຳມ່ວນ ແລະ ສະ­ຫວັນ​ນະ​ເຂດ ໄລຍະ​ເວ­ລາ 6 ປີ ຄື: 2015-2021.

ພິ­ທີ​ເຊັນ​ສັນ­ຍາມອບ-ຮັບເອົາ​ໂຄງ­ການ​ສ້າງ​ຄວາມ​ສາມາດ​ດ້ານ​ການ­ຈັດ­ຕັ້ງ​ ເພື່ອ​ການຄຸ້ມຄອງ​ປ່າ​ສະ­ຫງວນ ອະ­ນຸ​ຮັກສັດ­ປ່າ ແລະ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ອົງ­ການ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ­ສາ​ແຫຼ່ງ​ນ້ຳ​ເທີນ 2 ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພຶດ­ສະ­ພາ 2015 ທີ່​ກົມ​ຄຸ້ມ​ຄອງ​ຊັບພະ­ຍາກອນ​ປ່າ­ໄມ້ ລະ­ຫວ່າງທ່ານ ສຸກ ກະ​ຕະວິ­ຈິດ ຜູ້­ອຳ­ນວຍ­ການ​ກອງທຶນ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ (ຕາງ­ໜ້າ​ຜູ້​ໃຫ້​ທຶນ) ແລະ ທ່ານ ຄຳ​ພັນ ນັນ­ທະ​ວົງ ຫົວ­ໜ້າ​ກົມຄຸ້ມຄອງ​ຊັບ­ພະ­ຍາ­ກອນ​ປ່າ­ໄມ້ (ຕາງ­ໜ້າ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງການ​ຍ່ອຍ) ເຊິ່ງ​ມີ​ຫົວ­ໜ້າ​ກົມ ຄະ­ນະ​ຮັບ​ພິດ​ຊອບ​ໂຄງ­ການ​ຍ່ອຍ ແລະ ພະ­ນັກ­ງານ-ວິ­ຊາ​ການ​ທີ່ກ່ຽວ­ຂ້ອງ​ເຂົ້າ​ຮ່ວມເປັນ​ສັກ­ຂີ​ພິຍານ.

ສຳ­ລັບ​ໂຄງ­ການ​ຍ່ອຍ​ດັ່ງ­ກ່າວນີ້ ມີ​ຈຸດ­ປະ­ສົງ​ເພື່ອ​ສ້າງ​ຄວາມເຂັ້ມ­ແຂງ​ໃຫ້​ລະ­ບົບ​ນະ­ໂຍ­ບາຍ ການຈັດ​ຕັ້ງ ແລະ ຄວາມ​ສາມາດ​ຂອງ​ກົມ​ຄຸ້ມ​ຄອງ​ຊັບ​ພະ­ຍາກອນ​ປ່າ­ໄມ້ ເພື່ອ​ປົກປັກ​ຮັກ­ສາ ແລະ ຄຸ້ມ​ຄອງ​ລະ­ບົບ​ປ່າ​ສະຫງວນ​ແຫ່ງ​ຊາດ ໂດຍ​ມີ​ຫງົບປະ­ມານ 2.595.440 ໂດ​ລາ​ສະຫະ​ລັດ ຫຼື ປະ­ມານ 20 ຕື້​ກວ່າກີບ ເພື່ອ​ປະ­ຕິ­ບັດ 3 ກິດ­ຈະ­ກຳ ຕົ້ນ­ຕໍ ​ຄື: ການ​ພັດ­ທະ­ນາ​ການ​ຈັດຕັ້ງ​ສຳ­ລັບ​ລະ­ບົບ​ປ່າ​ສະ­ຫງວນ ແລະ ປ່າ​ປ້ອງ​ກັນ​ແຫ່ງ​ຊາດ ການ​ວາງ​ແຜນ ແລະ ລະ­ບົບແນະ­ນຳ​ເພື່ອ​ການ​ອະ­ນຸ​ຮັກ​ປ່າ ສະ­ຫງວນ ແລະ ການ​ຄຸ້ມ​ຄອງໂຄງ­ການ​ຍ່ອຍ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່