spot_img
Homeຂ່າວຕ່າງປະເທດທຣັມ ຍອມຈ່າຍ 25 ລ້ານໂດລາ ເພື່ອຢຸດຕິຄະດີສໍ້ໂກງທີ່ກ່ຽວກັບ ມະຫາວິທະຍາໄລທຣັມ

ທຣັມ ຍອມຈ່າຍ 25 ລ້ານໂດລາ ເພື່ອຢຸດຕິຄະດີສໍ້ໂກງທີ່ກ່ຽວກັບ ມະຫາວິທະຍາໄລທຣັມ

Published on

ທ່ານ ໂດນັລ ທຣັມ ປະທານາທິບໍດີຄົນໃໝ່ຂອງສະຫະລັດອາເມລິກາ ຕົກລົງຈ່າຍຄ່າຊົດເຊີຍ 25 ລ້ານໂດລາ ເພື່ອຢຸດຕິຄະດີສໍ້ໂກງທີ່ກ່ຽວຂ້ອງກັບ ມະຫາວິທະຍາໄລທຣັມ ທີ່ມີການດຳເນີນຄະດີເມື່ອປີ 2005-2010 ທີ່ອະດີດນັກສຶກສາຂອງມະຫາວິທະຍາໄລທຣັມໄດ້ຮວມຕົວກັນຢື່ນຟ້ອງໃນຄະດີແບບກຸ່ມເພື່ອຮຽກຮ້ອງຄ່າຄວາມເປັນທຳ ແລະ ຄ່າຊົດເຊີຍໃນຖານະຜູ້ບໍລິໂພກ ຕໍ່ສານຂອງສານແຂວງລັດຖະບານກາງເຂດແຄລິຟໍເນຍໃຕ້

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນສຸກທີ 18 ພະຈິກ ວ່າ ທ່ານ ອີຣິກ ຊະໄນເດີມັນ ໄອຍະການສູງສຸດແຫ່ງລັດນິວຢອກ ຖະແຫຼງເມື່ອວັນສຸກ ເລື່ອງການປະນີປະນອມຍອມຄວາມນອກສານລະຫວ່າງທ່ານ ໂດນັລ ທຣັມ ກັບອະດີດນັກສຶກສາມະຫ່ວິທະຍາໄລທຣັມຫຼາຍກວ່າ 6,000 ຄົນ ໂດຍວ່າທີ່ປະທານາທິບໍດີສະຫະລັດອາເມລິກາຍອມຈ່າຍເງິນຊົດເຊີຍເປັນຈຳນວນ 25 ລ້ານໂດລາ ໃຫ້ແກ່ຜູ້ເສຍຫາຍທັງໝົດ ເພື່ອຢຸດຕິຄະດີຄວາມກ່ຽວກັບການລະເມີດສັນຍາ ແລະ ການສໍ້ໂກງຄ່າຮຽນຂອງນັກສຶກສາ

 

ເຄຣດິດຂ່າວ http://www.dailynews.co.th/foreign/537411
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...