spot_img
Homeປ່ອງຢ້ຽມດວງດາວທຣັມຕ້ອງການຢຸດຕິງົບປະມານສະໜັບສະໜູນນາຊ່າໃນປີ 2026

ທຣັມຕ້ອງການຢຸດຕິງົບປະມານສະໜັບສະໜູນນາຊ່າໃນປີ 2026

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 13 ກຸມພາ 2018ວ່າ ອົງການບໍລິຫານການບິນ ແລະ ອະວາກາດແຫ່ງຊາດສະຫະລັດ (ນາຊ່າ) ອອກຖະແຫຼງການເມື່ອວັນຈັນວ່າ ນາຊາເປັນໜ່ວຍງານທີ່ສົ່ງເສີມຄວາມສາມາດຂອງມະນຸດໃນການສຳຫຼວດຫ້ວງອະວາກາດ ໂດຍມີໂຄງການສຳຫຼວດດວງຈັນເປັນຈຸດເລີ່ມຕົ້ນຂອງການກ້າວສູ່ຄວາມສຳເລັດ

ຖະແຫຼງການດັ່ງກ່າວຂອງນາຊາໄດ້ມີຂຶ້ນໃນມື້ດຽວກັບທີ່ປະທານາທິບໍດີ ໂດນັລ ທຣັມ ເຜີຍຮ່າງງົບປະມານສຳລັບປີ 2020-2021 ທີ່ຈະເລີ່ມຂຶ້ນໃນວັນທີ 1 ຕຸລາ 2018 ເປັນການສະເໜີຕັ້ງວົງເງິນ 4.4 ລ້ານລ້ານໂດລາ ເຖິງແມ່ນວ່າເປັນການສະເໜີໃຫ້ເພີ່ມງົບປະມານສະໜັບສະໜູນນາຊາອີກ 3% ເປັນ 19,600 ລ້ານໂດລາ ພາຍໃນປີໜ້າ ແຕ່ມີການລະບຸກ່ຽວກັບໂຄງການມູນຄ່າ 150 ລ້ານໂດລາ ໃນການໃຫ້ບໍລິສັດເອກະຊົນເປັນຜູ້ເຂົ້າມາດຳເນີນການແທນ ລາຍງານຂອງທຣັມຍັງລະບຸເຖິງການຢຸດຕິງົບປະມານສະໜັບສະໜູນໂຄງການໄອເອສເອສພາຍໃນປີ 2026 ທີ່ໝາຍຄວາມວ່າຈະບໍ່ຕໍ່ອາຍຸແຜນງົບປະມານທີ່ສະພາຄອງເກຣສໃນສະໃໝປະທານາທິບໍດີ ໂດນັລ ທຣັມມີມະຕິເມື່ອປີ 2016 ໃນການສະໜັບສະໜູນໂຄງການຂອງໄອເອສເອສຈົນເຖິງປີ 2025

https://www.facebook.com/NASA/videos/10155845301881772/

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...