spot_img
Homeຂ່າວຕ່າງປະເທດທຣັມອ້າງ! ພົບຫຼັກຖານແລ້ວ ເຊື້ອໂຄວິດ-19 ມາຈາກຫ້ອງແລັບອູ່ຮັ່ນ

ທຣັມອ້າງ! ພົບຫຼັກຖານແລ້ວ ເຊື້ອໂຄວິດ-19 ມາຈາກຫ້ອງແລັບອູ່ຮັ່ນ

Published on

ສື່ຕ່າງປະເທດຫຼາຍສຳນັກລາຍງານເມື່ອວັນທີ 1 ພຶດສະພານີ້ວ່າ ປະທານາທິບໍດີ ໂດນັລ ທຣັມ ກ່າວວ່າ ເຂົາໄດ້ເຫັນຫຼັກຖານເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ຫຼື ໂຄວິດ-19 ເລີ່ມຕົ້ນຂຶ້ນທີ່ຫ້ອງທົດລອງທາງວິທະຍາສາດ (ຫ້ອງແລັບ) ຂອງສະຖາບັນໄວຣັດວິທະຍາອູ່ຮັ່ນ ໃນນະຄອນອູ່ຮັ່ນ ມົນທົນຫູເປີ່ຍ ປະເທດຈີນ ເຊິ່ງເປັນສູນກາງການລະບາດເລີ່ມຕົ້ນຂອງເຊື້ອໄວຣັດເມື່ອເດືອນທັນວາ 2019ທີ່ຜ່ານມາ.

ເດລີເມລໄດ້ເປີດເຜີຍວ່າ ປະທານາທິບໍດີ ໂດນັລ ທຣໍ້າ ໄດ້ໂຍນຂໍ້ກ່າວຫານີ້ໃຫ້ແກ່ຈີນໃນລະຫວ່າງຖະແຫຼງຂ່າວສະຖານະການໂຄວິດ-19 ຕໍ່ສື່ມວນຊົນທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ດີຊີ ເມື່ອວັນທີ 30 ເມສາທີ່ຜ່ານມາ ໂດຍ ທ່ານ ທຣັມ ກ່າວຫາຈີນວ່າ ເຊື້ອໂຄໂຣນາທີ່ເປັນສາເຫດໃຫ້ມີຄົນທົ່ວໂລກຕິດເຊື້ອເປັນລ້ານໆຄົນ ແລະ ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດໂລກນັ້ນ ເລີ່ມຕົ້ນມາຈາກຫ້ອງແລັບຂອງຈີນ ແຕ່ທ່ານ ທຣັມ ກໍ່ບໍ່ໄດ້ເປີດເຜີຍລາຍລະອຽດໃດໆໃນເລື່ອງນີ້ເພີ່ມຕໍ່ນັກຂ່າວ.

ນອກຈາກນັ້ນ, ປະທານາທິບໍດີ ໂດນັລ ທຣັມ ຍັງກ່າວອີກວ່າ ຕົນໄດ້ສະເໜີໃຫ້ລັດຖະບານພິຈາລະນາຫາວິທີການໃນການລົງໂທດຈີນທີ່ເປັນຕົ້ນເຫດເຮັດໃຫ້ເກີດການລະບາດຂອງເຊື້ອໂຄວິດ-19 ດ້ວຍການໃຊ້ມາດຕະການກຳແພງພາສີ, ເກັບພາສີສິນຄ້ານຳເຂົ້າຈາກຈີນເປັນ 1 ລ້ານລ້ານໂດລາເພື່ອເປັນການລົງໂທດທີ່ຈີນເປັນຕົ້ນຕໍການລະບາດຂອງເຊື້ອໂຄວິດ-19 ໃນຄັ້ງນີ້.

 

ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: www.thairath.co.th

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...