spot_img
Homeຂ່າວພາຍ​ໃນຕົ້ນເດືອນຫນ້າ ອັງກິດຈະເປີດສະຖານທູດຢູ່ລາວ

ຕົ້ນເດືອນຫນ້າ ອັງກິດຈະເປີດສະຖານທູດຢູ່ລາວ

Published on

 

ລາ­ຊະ​ອາ­ນາ­ຈັກ​ອັງ­ກິດ​ຈະ​ເປີດສະ­ຖານ​ເອກ​ອັກ​ຄະ​ລະ​ຊະ​ທູດ​ປະ­ຈຳ ສປປ ລາວ ທີ່​ນະ­ຄອນ­ຫລວງ​ວຽງ​ຈັນ ພ້ອມ​ທັງ​ຈະ​ຈັດ​ຫລາຍ​ກິດ­ຈະ­ກຳ​ສະຫລອງ​ນັບ​ແຕ່​ວັນ​ທີ 2-5 ເມ­ສາ 2013 ທັງ​ນີ້, ເພື່ອ​ເປັນ​ການ​ອຳ­ນວຍ​ຄວາມສະ­ດວກ​ແກ່​ຄົນ​ອັງ­ກິດ​ຢູ່​ລາວ, ຄົນ​ລາວຈະ​ໄປ​ອັງ­ກິດ ແລະ ບັນ­ຫາ​ອື່ນໆ.

ທ່ານ ຟີ​ລີບ ມາ​ໂລນ ເອກ​ອັກ​ຄະ­ລາຊະ​ທູດ​ອັງ­ກິດ​ປະ­ຈຳ ສປປ ລາວ ຖະແຫລງ​ຕໍ່​ສື່​ມວນ​ຊົນ​ໃນ​ມື້­ວານ​ນີ້​ວ່າ: ການ​ເປີດ​ສະ­ຖານ​ເອກ​ອັກ­ຄະ­ລາ­ຊະ­ທູດຂອງ​ອັງ­ກິດ​ທີ່​ນະ­ຄອນ­ຫລວງ​ວຽງ​ຈັນ ປະ­ຈຳ ສປປ ລາວ ເພື່ອ​ເປັນ​ການ​ສ້າງຄວາມ​ອຳ­ນວຍ​ສະ­ດວກ​ແກ່​ຄົນ​ອັງ­ກິດທີ່​ຈະ​ເດີນ­ທາງ​ມາ ສປປ ລາວ ແລະ ຄົນ ລາວ ຈະ​ເດີນ­ທາງ​ໄປ​ອັງ­ກິດ ແລະ ກໍ່​ພ້ອມ​ທີ່​ຈະ​ໃຫ້­ການ​ຊ່ວຍ­ເຫລືອ​ພົນ​ລະເມືອງ​ອັງ­ກິດ​ໃນ​ລາວ ແລະ ຜົນ​ປະ­ໂຫຍດອື່ນໆ​ຂອງ​ຄົນ​ອັງ­ກິດ​ໃນ​ພາກ​ພື້ນ​ທີ່​ສຳ­ຄັນ​ຈະ​ໄດ້​ໃຫ້­ການ​ຊ່ວຍ­ເຫລືອ​ເມື່ອ​ສະພາບ​ແວດ​ລ້ອມ​ບໍ່​ເອື້ອ​ອຳ­ນວຍ ຫລື ສິ່ງທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ​ກັບ​ຄົນ​ອັງ­ກິດ​ຢູ່ລາວ ໂດຍ​ຈະ​ໄດ້​ມີ​ພິ­ທີ​ເປີດ​ອາ­ຄານ​ສະຖານ​ເອກ​ອັກ­ຄະ­ລາ­ຊະ­ທູດ​ອັງ­ກິດ​ປະ­ຈຳລາວ​ເປັນ​ທາງ​ການ​ໃນ​ວັນ​ທີ 2 ເມ­ສາ 2013 ທີ່​ຖະ­ຫນົນ​ເນ​ຫລູ ເມືອງ​ຈັນ­ທະ​ບູລີ ນະ­ຄອນ­ຫລວງ​ວຽງ​ຈັນ.

ທ່ານ ຟີ​ລີບ ມາ​ໂລນ ກ່າວ​ອີ​ກວ່າ: ເພື່ອ​ເປັນ​ການ​ສະ­ເຫລີມ­ສະ­ຫລອງ​ໃນການ​ເປີດ​ສະ­ຖານ­ທູດ​ອັງ­ກິດ​ປະ­ຈຳ​ລາວທາງ​ສະ­ຖານ­ທູດ​ຈະ​ໄດ້​ມີ​ການ​ຈັດ​ກິດ​ຈະກຳ​ຫລາຍ​ຢ່າງ​ນັບ​ແຕ່​ວັນ​ທີ 2 ເມ­ສາ ຈະ​ໄດ້​ມີ​ງານ​ພົບ​ປະ​ສ້າງ­ສັນ ແລະ ບາສີ​ສູ່­ຂວັນ​ອາ­ຄານ​ຫລັງ​ໃຫມ່, ວັນ​ທີ 3 ເມ­ສາງານ​ພົບ​ປະ​ສ້າງ­ສັນ​ກັບ​ສະ­ມາ­ຄົມນັກ­ທຸ­ລະ­ກິດ​ອັງ­ກິດ​ທີ່​ໂຮງ­ແຮມ​ເສດ​ຖາປາ​ລາດ ເພື່ອ​ດຶງ​ເອົາ​ບຸກ­ຄົນ ແລະ ບັນດາ​ບໍ­ລິ­ສັດ​ມາ​ປຶກ­ສາ​ຫາ­ລື, ວັນ​ທີ 4 ເມ­ສາ ຈະ​ໄດ້​ຈັດ​ງານ​ພົບ​ປະ​ອະ­ດີດ​ນັກສຶກ​ສາ​ຈາກ​ກອງ​ທຶນ​ການ​ສຶກ​ສາ​ເຊ​ເວນນິງ ແລະ ນັກ​ສຶກ​ສາ​ລາວ​ຜູ້​ທີ່​ໄດ້​ສຶກ​ສາ​ທີ່​ອັງ­ກິດ ແລະ ໃນ​ວັນ​ທີ 5 ເມ­ສາ ທາງ​ສະຖານ​ທູດ​ອັງ­ກິດ​ຈະ​ໄດ້​ເປີດ​ໂອ­ກາດ​ໃຫ້ຄົນ​ອັງ­ກິດ​ເຂົ້າ​ມາ​ພົວ­ພັນ​ວຽກ​ງານ ແລະ ປຶກ­ສາ​ບັນ​ອື່ນໆ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...