spot_img
Homeຂ່າວທ້ອງຖິ່ນຕົວເລກເນື້ອທີ່ນາທົ່ວປະເທດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

ຕົວເລກເນື້ອທີ່ນາທົ່ວປະເທດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

Published on

ອີງຕາມບົດລາຍງານສະພາບການປະຕິບັດວຽກງານປະຈຳເດືອນສິງຫາ ແລະ ແຜນການວຽກຈຸກສຸມໃນເດືອນກັນຍາ 2018 ຂອງກະຊວງກະສິກຳ ແລະ ປ່າໄມ້ວັນທີ 16 ສິງຫາ 2018 ໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້ ທົ່ວປະເທດສຳເລັດການປັກດຳເຂົ້ານາປີແລ້ວ 768.410 ເຮັກຕາເທົ່າກັບ 94% ຂອງເນື້ອທີ່ແຜນການ 817.800 ເຮັກຕາ. ໃນນັ້ນ, ໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳຖ້ວມ 91.149 ເຮັກຕາ, ສັດຕູພືດທຳລາຍ 620 ກວ່າເຮັກຕາ, ດິນເຈື່ອນ 200 ກວ່າເຮັກຕາ. ສະເລ່ຍການປັກດຳໃນແຂວງພາກເໜືອສຳເລັດແລ້ວ 97%, ພາກກາງ 94% ແລະ ພາຍໃຕ້ໄດ້ 93%. ສຳລັບແຜນການປູກພືດອື່ນໆເນື້ອທີ່ 763.000 ເຮັກຕາ, ປັດຈຸບັນຊາວກະສິກອນປູກແລ້ວປະມານ 220.216 ເຮັກຕາເທົ່າກັບ 29% ຂອງແຜນການ. 

ນອກຈາກໄພທຳມະຊາດນ້ຳສົ່ງຜົນກະທົບຕໍ່ເນື້ອທີ່ນາແລ້ວ, ຍັງສົ່ງຜົນກະທົບຕໍ່ສັດລ້ຽງຕາຍຫລາຍພັນໂຕ. ໃນນັ້ນ, ງົວ 7.000 ກວ່າໂຕ, ຄວາຍ 3.000 ກວ່າໂຕ, ແບ້ 600 ກວ່າໂຕ, ໝູ 2.300 ກວ່າໂຕ ແລະ ສັດປິກປະມານ 34.900 ກວ່າໂຕ, ໜອງປາຖືກນ້ຳຖ້ວມເສຍຫາຍ 1.500 ໜອງ ເຊິ່ງຫລາຍກວ່າໝູ່ແມ່ນຢູ່ແຂວງຄຳມ່ວນມີ 900 ກວ່າໜອງ, ແຂວງອັດຕະປື 280 ກວ່າໜອງ. 

ສຳລັບລະບົບຊົນລະປະທານເປ່ເພຫລາຍກວ່າ 500 ໂຄງການ, ຄອງເໜືອງເກືອບ 300 ແຫ່ງ, ແຂວງທີ່ໄດ້ຮັບຜົນກະທົບຫລາຍແມ່ນແຂວງອຸດົມໄຊ 68 ແຫ່ງ, ຫລວງພະບາງ 45 ແຫ່ງ, ບໍ່ແກ້ວ 21 ແຫ່ງ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...