spot_img
Homeຂ່າວທ້ອງຖິ່ນຕົວເລກລັດຖະກອນ 2021 ຈະປັບຫຼຸດລົງອີກ 400 ຕຳແໜ່ງ

ຕົວເລກລັດຖະກອນ 2021 ຈະປັບຫຼຸດລົງອີກ 400 ຕຳແໜ່ງ

Published on

ໜັງສືພິມວຽງຈັນທາຍ ລາຍງານໃນວັນທີ 24 ກັນຍາ 2020 ນີ້ວ່າ ລັດຖະບານລາວ ຕົກລົງເຫັນດີ ດ້ານຫຼັກການ ທີ່ຈະຮັບລັດຖະກອນໃໝ່ ຈໍານວນ 1.600 ຕໍາແໜ່ງ ໃນປີ 2021, ຫຼຸດລົງຕື່ມ 400 ຕໍາແໜ່ງ ທຽບໃສ່ປີ 2020.

ສາເຫດຂອງການຮັບພະນັກງານລັດຖະກອນຫຼຸດລົງ ໃນປີ 2021 ກໍ່ເນື່ອງຈາກ ຈໍານວນພະນັກງານລັດ ທີ່ມີຫຼາຍແລ້ວ ໃນປະຈຸບັນ, ພ້ອມທັງເປັນການຊ່ວຍໃນການຫຼຸດຜ່ອນ ງົບປະມານລັດ ແລະ ຄວາມຫຍຸ້ງຍາກ ທາງເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ. ທຸກໆກະຊວງ ແລະ ພະແນກການຕ່າງໆ ຂອງລັດ ຕ້ອງໄດ້ລາຍງານໜ້າວຽກ ແບບລະອຽດ ແລະ ບອກເຖິງຄວາມຕ້ອງ ການພະນັກງານ ໃນກົມກອງຂອງຕົນຂຶ້ນມາ.

ສ່ວນຂະແໜງການ ທີ່ຈະໄດ້ຮັບບູລິມະສິດ ຮັບສະໝັກລັດຖະກອນຫຼາຍກວ່າໝູ່ ຈະແມ່ນມາຈາກ ຂະແໜງການສຶກສາ ແລະ ສາທາ. ປະຈຸບັນ ທົ່ວປະເທດ ມີຈໍານວນ ພະນັກງານລັດ ທັງໝົດທີ່ 170.000 ຄົນ ເຊິ່ງພຽງພໍ ກັບຄວາມຕ້ອງການແລ້ວ.

ໃນປີ 2017 ລັດຖະບານ ຮັບລັດຖະກອນໃໝ່ ຈໍານວນ 5,000 ຕໍາແໜ່ງ, ປີ 2018 ຮັບ 3,000 ຕໍາແໜ່ງ, ປີ 2019 ຮັບ 1.500 ຕໍາແໜ່ງ, ປີ 2019 ຮັບ 2.000 ຕໍາແໜ່ງ ຕາມລໍາດັບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...