spot_img
Homeຂ່າວທ້ອງຖິ່ນຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ

ຕົວເລກຜູ້ປ່ວຍໄຂ້ຍຸງລາຍໃນລາວຍັງເພີ່ມຕໍ່ເນື່ອງ! ເສຍຊີວິດແລ້ວ 8 ຄົນ

Published on

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາ ວັນທີ 07/07/2020 ມີ 56 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ. ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-07/07/2020 ມີ 2,618 ກໍລະນີ ແລະ ເສຍຊີວິດ 08 ກໍລະນີ, ລາຍລະອຽດດັ່ງລຸ່ມນີ້:

ລາຍລະອຽດກໍລະນີເສຍຊີວິດ: ເພດຊາຍ, ອາຍຸ 20 ປີ, ອາຊີບກຳມະກອນ, ຢູ່ບ້ານ ນໍ້າພານ: ເມືອງ ຄູນ, ແຂວງ ຊຽງຂວາງ, ອາການ ໄຂ້, ເຈັບຫົວ, ເຈັບກ້າມຊີ້ນ, ຕຸ່ມຜື່ນຄັນ, ມີຈຸດຊໍ້າເລືອດ, ເຮັດຕວກນິເກເປັນບວກ, ເລີ່ມຕົ້ນເຈັບວັນທີ 28/06/2020, ເຂົ້າໂຮງໝໍ ວັນທີ 01/07/2020, ແລະ ເສຍຊີວິດວັນທີ 07/07/2020, ສົ່ງຕົວຢ່າງມາ ສວລ ວັນທີ 03/07/2020 ລໍຖ້າຜົນກວດ.

ໃນ​ນີ້ ນະ­ຄອນ­ຫຼວງ​ວຽງ​ຈັນ ຍັງ​ຄອງ​ອັນ​ດັບ​ສູງສຸດ ມີ​ຄົນ​ຕິດ­ເຊື້ອ​ພະ­ຍາດ​ນີ້​ສະ​ສົມ 606 ກໍ­ລະ­ນີ, ເສຍ​ຊີ­ວິດ 3 ຄົນ; ແຂວງ​ວຽງ​ຈັນ 321 ກໍ­ລະ­ນີ; ອັດ​ຕະ​ປື 238 ກໍ­ລະ­ນີ; ບໍ​ລິ​ຄຳ​ໄຊ 331ກໍ­ລະ­ນີ, ເສຍ​ຊີ­ວິດ 2 ຄົນ; ຄຳ​ມ່ວນ 200 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ສະ­ຫວັນ​ນະ​ເຂດ 233 ກໍ­ລະ­ນີ; ສາ­ລະ​ວັນ 143 ກໍ­ລະ­ນີ; ໄຊ​ຍະ​ບູ​ລີ 128 ກໍ­ລະ­ນີ, ເສຍ​ຊີ­ວິດ 1 ຄົນ; ເຊ​ກອງ 54 ກໍ­ລະ­ນີ, ຫຼວງ​ນໍ້າ​ທາ 99 ກໍ­ລະ­ນີ; ໄຊ​ສົມ­ບູນ 36 ກໍ­ລະ­ນີ; ອຸ­ດົມ​ໄຊ 49 ກໍ­ລະ­ນີ; ຫຼວງ​ພະ​ບາງ 78 ກໍ­ລະ­ນີ; ບໍ່​ແກ້ວ 78 ກໍ­ລະ­ນີ; ຈຳ­ປາ​ສັກ 17 ກໍ­ລະ­ນີ; ຜົ້ງ​ສາ­ລີ 5 ກໍ­ລະ­ນີ; ຫົວ­ພັນ 1 ກໍ­ລະ­ນີ; ​ຊຽງ​ຂວາງ 1 ກໍລະນີ ເສຍຊີວິດ 1ຄົນ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...