spot_img
Homeຂ່າວຕ່າງປະເທດຕຸກຕຸກໄທສ້າງສະຖິຕິໃໝ່ແລ່ນໄດ້ໄວທີ່ສຸດໃນໂລກ

ຕຸກຕຸກໄທສ້າງສະຖິຕິໃໝ່ແລ່ນໄດ້ໄວທີ່ສຸດໃນໂລກ

Published on

ນັກທຸລະກິດຊາວອັງກິດປະສົບຄວາມສຳເລັດໃນການດັດແປງລົດຕຸກຕຸກ (ລົດສັນຊາດໄທ) ໃຫ້ແລ່ນໄດ້ໄວທີ່ສຸດໃນໂລກ ດ້ວຍຄວາມໄວ 119 ກີໂລແມັດຕໍ່ຊົ່ວໂມງ.

ແມັທ ເອຟຣາດ ນັກທຸລະກິດຊາວອັງກິດໄດ້ດັດແປງລົດຕຸກຕຸກທີ່ປະມູນໄດ້ຈາກເວັບໄຊອີເບໃນລາຄາ 3.000 ປອນ (ສະກຸນເງິນ ອັງກິດ) ເພື່ອນຳມາດັດແປງໃຫ້ກາຍເປັນລົດຕຸກຕຸກທີ່ແລ່ນໄດ້ໄວທີ່ສຸດໃນໂລກ.

ຊຶ່ງກໍເປັນໄປຕາມທີ່ຫວັງເມື່ອ ແມັທ ເອຟຣາດ ສາມາດທຳລາຍສະຖິຕິໂລກໄດ້ຕາມທີ່ຕັ້ງເປົ້າເອົາໄວ້ ທັງນີ້ ສະຖິຕິຄວາມໄວຂອງລົດຕຸກຕຸກແມ່ນຍັງບໍ່ເຄີຍມີການບັນທຶກຈາກ “ກິນເນສ ເວິລ ເຣັກຂອດ” ມາກ່ອນ ດັ່ງນັ້ນ ກິນເນສ ຈິ່ງໄດ້ຂຶ້ນທະບຽນໝວດໃໝ່ໃນຊື່ “Fastest Autorickshaw/tuktuk (Prototypy)”.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...