spot_img
Homeຂ່າວພາຍ​ໃນຕິດຕັ້ງສັນຍາລັກການຮ່ວມມືລາວ-ຈີນ ໃສ່ເສົາໄຟເຢືອງທາງ

ຕິດຕັ້ງສັນຍາລັກການຮ່ວມມືລາວ-ຈີນ ໃສ່ເສົາໄຟເຢືອງທາງ

Published on

ໃນຕອນເຊົ້າວັນທີ 24 ກຸມພາ 2021 ເລີ່ມການຕິດຕັ້ງສັນຍາລັກການຮ່ວມມືລາວ-ຈີນ ໃສ່ຖະໜົນເຈົ້າຟ້າງຸ່ມ ແຕ່ໂຮງໝໍມະໂຫສົດ ຫາສາມແຍກປາກປ່າສັກໂດຍຕິດຕັ້ງໃສ່ເສົາໄຟເຍືອງທາງ 50 ຕົ້ນ ເຊິ່ງການຕິດຕັ້ງສັນຍະລັກດັ່ງກ່າວ ຈະບໍ່ແມ່ນເປັນການຕິດຕັ້ງແບບຖາວອນອາດຈະມີການປັບປ່ຽນໄປຕາມຮູບແບບ ໄປຕາມແຕ່ລະໄລຍະຂອງເທສະການ ແລະ ວັນບຸນສຳຄັນຕ່າງໆ.

ຕາມການລາຍງານຂອງ ໜັງສືພິມວຽງຈັນໃໝ່ແຈ້ງວ່າ: ພະແນກພະລັງງານ ແລະ ບໍ່ແຮ່ນະຄອນຫຼວງວຽງຈັນ (ນວ) ໃນນາມຜູ້ຮັບຜິດຊອບໂຄງການຍົກລະດັບໄຟແສງສະຫວ່າງໃນເທສະບານໃຈກາງຕົວເມືອງ ນວ ແຈ້ງມາຍັງສັງຄົມ ກໍ່ຄືປະຊາຊົນບັນດາເຜົ່າ ຊາບກັນວ່າ: ໂຄງການຍົກລະດັບໄຟແສງສະຫວ່າງໃນເຂດເທສະບານຕົວເມືອງ ນວ ດ້ວຍທຶນຊ່ວຍເຫຼືອລ້າຂອງລັດຖະບານ ສປ ຈີນ ມູນຄ່າ 300 ລ້ານຢວນ ໂຄງການເລີ່ມລົງມືຈັດຕັ້ງ ວັນທີ 12 ກັນຍາ ແລະ ສຳເລັດໂດຍພື້ນຖານ ສາມາດເປີດນຳໃຊ້ຢ່າງເປັນທາງການ ວັນທີ 27 ພະຈິກ 2020

ເພື່ອເປັນຂອງຂວັນໃຫ້ແກ່ລັດຖະບານລາວໃນໂອກາດສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ ແລະ ກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ແຕ່ໂຄງການດັ່ງກ່າວຈະສຳເລັດ100% ວັນທີ 25 ກຸມພາ 2021 ແລະ ມີແຜນຈັດພິທີມອບຮັບວັນທີ 26 ມີນາ 2021.

ໃນໄລຍະສະເຫຼີມສະຫຼອງຜົນສຳເລັດໂຄງການດັ່ງກ່າວ ລະຫວ່າງວັນທີ 25 ກຸມພາ ຫາວັນທີ 26 ມີນາ 2021 ສອງຝ່າຍລາວ-ຈີນ ມີຄວາມຈຳເປັນຕ້ອງໄດ້ຕິດຕັ້ງປ້າຍສັນຍະລັກການຮ່ວມມືລາວ-ຈີນໃສ່ເສັ້ນທາງໃດໜຶ່ງໃນ 7ເສັ້ນທາງຂອງໂຄງການ ແລະ ໄດ້ເຫັນດີເລືອກເອົາຖະໜົນເຈົ້າຟ້າງຸ່ມ ແຕ່ໂຮງໝໍມະໂຫສົດ ຫາສາມແຍກປາກປ່າສັກໂດຍຕິດຕັ້ງໃສ່ເສົາໄຟເຍືອງທາງ 50 ຕົ້ນ ເຊິ່ງການຕິດຕັ້ງສັນຍະລັກດັ່ງກ່າວ ຈະບໍ່ແມ່ນເປັນການຕິດຕັ້ງແບບຖາວອນອາດຈະມີການປັບປ່ຽນໄປຕາມຮູບແບບ ໄປຕາມແຕ່ລະໄລຍະຂອງເທສະການ ແລະ ວັນບຸນສຳຄັນຕ່າງໆ.

ໂດຍສັນຍະລັກການຮ່ວມມືນີ້ ປະກອບມີສັນຍະລັກດອກຈຳປາ ທີ່ສະແດງເຖິງຄວາມເປັນເອກະລັກຂອງຊາດລາວ ແລະວັດທະນະທຳລາວ ທີ່ໄດ້ປະດັບໃສ່ເສົາໄຟເຍືອງທາງຢ່າງສະຫງ່າງາມ ແລະ ສັນຍະລັກທີ່ເປັນຂອດຈີນສີແດງ ສະແດງເຖິງເອກະລັກຂອງຊາດຈີນ ມີຄວາມໝາຍແຫ່ງຄວາມເປັນສິລິມຸງຄຸນ ຄວາມສາມັກຄີຮັກແພງ ທັງສອງສັນຍະລັກນີ້ຈະຕິດໃສ່ເສົາໄຟເຍືອງທາງແບບສະຫຼັບຕົ້ນກັນໄປຕາມຖະໜົນເຈົ້າຟ້າງຸ່ມ.

ດັ່ງນັ້ນ ຈຶ່ງແຈ້ງມາຍັງສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າຮັບຊາບ ແລະ ເຂົ້າໃຈຄວາມເປັນມາ ແລະ ຄວາມໝາຍຂອງການຕິດຕັ້ງສັນຍະລັກດັ່ງກ່າວນີ້ດ້ວຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...