spot_img
Homeຂ່າວເຫດການຕຳແລ້ວໜີ ບັນຫາທີ່ລັດຄວນເບິ່ງດ່ວນ!

ຕຳແລ້ວໜີ ບັນຫາທີ່ລັດຄວນເບິ່ງດ່ວນ!

Published on

ໄລຍະຫຼາຍປີທີີ່ຜ່ານມາຈົນຮອດປັດຈຸບັນ ເປັນໄລຍະທີ່ປະເທດຊາດ ກໍຄືເສດຖະກິດ-ສັງຄົມຂອງລາວ ເຕີບໃຫຍ່ຂະຫຍາຍຕົວກວ່າເວລາໃດໆ ໝົດ ຖື້ນຖານໂຄງລ່າງຂອງປະເທດຂະຫຍາຍຕົວພໍສົມຄວນ ປະຊາຊົນມີຊີວິດການເປັນຢູ່ທີ່ດີ ສະແດງອອກບ່ອນວ່າ ມີຖະໜົນຫົນທາງ, ໂຮງໝໍ, ໂຮງຮຽນ, ໄຟຟ້າ, ນ້ຳປະປາ, ໂທລະຄົມ… ພາຫະນະຕາມທ້ອງຖະໜົນຫຼວງຢ່າງຫຼວງຫຼາຍ ແລະເມື່ອມີທາງ-ມີລົດສິ່ງທີ່ຕາມມານັ້ນກໍຄື ອຸບັດເຫດ ຕາມທ້ອງຖະໜົນໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະມີຫຼາຍຂຶ້ນເລື້ອຍໆ.

ບັນຫາໜຶ່ງທີ່ພົ້ນເດັ່ນທີ່ສຸດໃນເວລານີ້ກໍຄື ການຕຳແລ້ວໜີ ເອົາໂຕລອດໂດຍບໍ່ຮັບຜິດຊອບຕໍ່ເຫດທີ່ເກີດຂຶ້ນ ຂາດຄຸນນະທຳທາງດ້ານຈິດໃຈ ຂາດຄວາມເກັງກົວກົດໝາຍ ເກີດເຫດຕຳແລ້ວໜີແລ້ວ ຍາກທີ່ຈະນຳໂຕຄູ່ກໍລະນີດັ່ງກ່າວມາຮັບຜິດຊອບໄດ້ ອັນນີ້ມັນເປັນຍ້ອນຫຍັງ?

ມື້ວານນີ້, ວັນທີ 19 ມິຖຸນາ 2016 ເວລາປະມານ 17:25 ນາທີ ຢູ່ນະຄອນຫຼວງວຽງຈັນ ໄດ້ມີເຫດການລົດຕຳແມ່ມານ ແລ້ວໜີ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກ ມູນນິທິ ກູ້ໄພ ນາຄາ. ເຫດການດັ່ງກ່າວ ສະທ້ອນໃຫ້ເຫັນຈິດໃຈຂອງຜູ້ຂັບຂີ່ຈຳນວນໜຶ່ງ ທີ່ຂາດຄຸນນະທຳ ແລະບໍ່ຢ້ານກົວຕໍ່ກົດໝາຍ.

ຜູ້ຂຽນຮູ້ວ່າ ທາງພາກສ່ວນລັດທີ່ກ່ຽວຂ້ອງ ໂດຍສະເພາະແມ່ນໜ່ວຍງານປ້ອງກັນຄວາມສະຫງົບ ແລະສະເພາະລົງໄປອີກແມ່ນ ພາກສ່ວນຕຳຫຼວດຈະລາຈອນ ພວມຂຸ້ນຂ້ຽວຄົ້ນຄວ້າເພື່ອຈະແກ້ໄຂບັນຫາດັ່ງກ່າວຢູ່ ແຕ່ກໍເຫັນວ່າຍັງບໍ່ສາມາດແກ້ໄຂປາກົດການດັ່ງກ່າວໄດ້ພໍທໍ່ໃດ ຜົນງານການຈັບໂຕຜູ້ຕຳແລ້ວໜີບໍ່ຄ່ອຍໂດດເດັ່ນ.

ຜູ້ຂຽນຢາກຮຽກຮ້ອງໃຫ້ລັດເອົາໃຈໃສ່ເພື່ອແກ້ໄຂບັນຫານີ້ຢ່າງຈິງຈັງດ່ວນ ໂດຍເອົາໃຈໃສ່ບາງບັນຫາດັ່ງນີ້:
1. ເອົາໃຈໃສ່ຟື້ນຟູຄຸນນະທຳປະຈຳໃຈໃຫ້ແກ່ຄົນລາວຫຼາຍຂຶ້ນກວ່າທີ່ເປັນຢູ່ ເພາະສັງເກດເຫດວ່າເລື່ອງນີ້ຄົນລາວເລິ່ມຫ່າງເຫີນຂຶ້ນເລື້ອຍໆ ແຕ່ຈະຫັນໄປເນັ້ນວິທີຫາເງິນຫຼາຍຂຶ້ນ, ບັນດາງານສຳມະນາຄວນຈະເອົາເລື່ອງຄຸນນະທຳເຂົ້າໄປເປັນສ່ວນປະກອບໃຫ້ຫຼາຍຂຶ້ນ. ໃນຂະນະດຽວກັນ ຕ້ອງອອກລະບຽບການໃຫ້ ໂຮງຮຽນສອນຂັບລົດຕ້ອງມີພາກທິດສະດີກ່ຽວກັບຄຸນນະທຳ ໂດຍໃຫ້ກະຊວງສຶກສາເປັນຜູ້ຄົ້ນຄວ້າປຶ້ມແບບຮຽນນີ້ ພ້ອມທັງເຜີຍແພ່ກົດໝາຍໄປພ້ອມໆ ກັນ.
2. (ຖ້າມີງົບປະມານ) ລັດຖະບານອາດຈະຕິດກ້ອງວົງຈອນປິດໃສ່ຕາມເສັ້ນທາງຕ່າງໆ ເມື່ອເກີດເຫດຂຶ້ນມາຈະໄດ້ນຳຈັບໂຕຄູ່ກໍລະນີໄດ້ງ່າຍຂຶ້ນ.
3. ເພິ່ມດອກໄຟໃຫ້ຄວາມສະຫວ່າງໃນເຂດຊຸມຊົນໃຫ້ພຽງພໍ.
4. ອອກມາຕະການພິເສດລົງໂທດຕໍ່ຜູ້ຕຳແລ້ວໜີໃຫ້ໜັກຂຶ້ນຕື່ມ ພ້ອມທັງໂຄສະນາມາຕະການນັ້ນໃຫ້ທົ່ວເຖິງສັງຄົມຢ່າງຕໍ່ເນື່ອງ. ພ້ອມກັນນັ້ນກໍຄວນມີງົບປະມານລາງວັນນຳຈັບຜູ້ກໍ່ເຫດ ເພື່ອເປັນແຮງຈຸງໃຈໃຫ້ຜູ້ແຈ້ງເບາະແສ ແລະເຈົ້າໜ້າທີ່ຜູ້ປະຕິບັດງານ.
5. ສ້າງໂອກາດໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ໄປຖອດຖອນບົດຮຽນການປະຕິບັດງານກັບປະເທດເພື່ອນບ້ານ ໃນການຕິດຕາມນຳຈັບຄົນຮ້າຍ.

ທັງໝົດນັ້ນ, ເປັນຄວາມຫ່ວງໃຍ ທີ່ຢາກຝາກຝັງແກ່ພາກສ່ວນລັດທີ່ກ່ຽວຂ້ອງ ໃນນາມສື່ມວນຊົນຜູ້ໜຶ່ງ.

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...