spot_img
Homeຂ່າວຕ່າງປະເທດຕຳຫຼວດອິນໂດ ຈັບລູກອາເມຣິກັນທໍລະພີ ຂ້າແມ່ຍັດສົບໃສ່ກະເປົາເດີນທາງ ເທິງເກາະບາຫລີ

ຕຳຫຼວດອິນໂດ ຈັບລູກອາເມຣິກັນທໍລະພີ ຂ້າແມ່ຍັດສົບໃສ່ກະເປົາເດີນທາງ ເທິງເກາະບາຫລີ

Published on

ຕຳຫຼວດອິນໂດເນເຊຍລາຍງານວ່າ ພົບສົບນັກທ່ອງທ່ຽວຍິງຊາວອາເມຣິກັນຜູ້ໜຶ່ງ ໃນກະເປົາເດີນທາງທີ່ໂຮງແຮມ

ເທິງເກາະບາຫຼີ ແລະ ເຈົ້າໜ້າທີ່ໄດ້ຄວບຄຸມໂຕລູກສາວຂອງຜູ້ເສຍຊີວິດ ແລະ ໝູ່ຜູ້ຊາຍຂອງນາງ ຂໍ້ຫາຄາດຕະກຳ.

 

ແຫຼ່ງຂ່າວຂອງຕ່າງປະເທດລາຍງານວ່າ ຕຳຫຼວດອິນໂດເນເຊຍພົບສົບຂອງນາງ ຊີລາ ວອນ ວິສ ແມັກ ອາຍຸ 62 ປີ

ໃນສະພາບເຄິ່ງເປືອຍກາຍ ມີບາດແຜຫຼາຍບ່ອນເທິງຫົວ ແລະ ຖືກຍັດໄວ້ໃນກະເປົາເດີນທາງ ເຊິ່ງຖືກວາງໄວ້ໃນບ່ອນ

ມ້ຽນເຄື່ອງຂອງລົດແທັກຊີ້ ທີ່ຈອດຢູ່ບໍລິເວນໜ້າໂຮງແຮມຫ້າດາວ ເຊນເຣຈິສ ໃນເຂດນູຊາດົວ ເທິງເກາະບາຫຼີ.

 

ຕຳຫຼວດກ່າວວ່າ ກ່ອນເກີດເຫດ ນາງ ແມັກ ພັກຢູ່ໂຮງແຮມດັ່ງກ່າວກັບນາງ ຮິດເທີ ລູກສາວຂອງຕົນ ອາຍຸ 19 ປີ

ແລະ ທ້າວ ທອມມີ ເຊເຟີ ອາຍຸ 21 ປີ ເຊິ່ງເປັນໝູ່ຂອງນາງຮິດເທີ ໂດຍນາງແມັກ ແລະ ລູກສາວໄດ້ພັກຢູ່ໃນໂຮງແຮມ

ເປັນເວລາຫຼາຍມື້ ກ່ອນທີ່ທ້າວ ເຊເຟີ ຈະເດີນທາງມາສົມທົບກັບພວກເຂົາໃນມື້ວັນຈັນທີ 11 ສິງຫາ 2014 ທີ່ຜ່ານມາ.

 

ພາບຈາກກ້ອງວົງຈອນປິດຮັກສາຄວາມປອດໄພ ສາມາດຈັບພາບຂອງນາງ ແມັກ ແລະ ໝູ່ຂອງນາງຮິດເທີ ມີປາກ

ສຽງກັນທີ່ຫ້ອງໂຖງຂອງໂຮງແຮມໃນຄືນດຽວກັນນັ້ນ ແລະ ໃນມື້ຕໍ່ມາ ລູກສາວຂອງຜູ້ເສຍຊີວິດ ແລະ ໝູ່ຂອງນາງ

ໄດ້ແຈ້ງອອກຈາກໂຮງແຮມ ແລະ ສົ່ງກະເປົາເດີນທາງຫຼາຍໜ່ວຍໄປທີ່ລົດແທັກຊີ້ ເຊິ່ງລວມເຖິງໜ່ວຍທີ່ຊຸກເຊື່ອງ

ຮ່າງສົບຂອງຜູ້ເສຍຊີວິດໄວ້.  ພາຍຫຼັງມີຄົນພົບສົບຂອງນາງ ແມັກ ໜຸ່ມສາວຄູ່ນີ້ກໍບໍ່ມາຂຶ້ນແທັກຊີ້ທີ່ຈອດຖ້າຢູ່ ເຊິ່ງ

ກ້ອງວົງຈອນປິດຂອງໂຮງແຮມ ໄດ້ບັນທຶກພາບຂອງທັງສອງຄົນ ລັກໜີອອກໄປທາງດ້ານຫຼັງຂອງໂຮງແຮມ ແທນທີ່

ຈະມາອອກທາງປະຕູທາງເຂົ້າຫຼັກ.

 

ຕຳຫຼວດອິນໂດເນເຊຍ ໄດ້ອອກຕາມລ່າຫາໂຕໜຸ່ມສາວຄູ່ນີ້ ແລະ ລ່າສຸດກໍພົບພວກເຂົາ ກຳລັງຫຼັບນອນຢູ່ທີ່ໂຮງ

ແຮມແຫ່ງໜຶ່ງ ໃນພື້ນທີ່ເລຈຽນ ທາງຕອນເໜືອຂອງເຂດນູຊາດົວ ເມື່ອຕອນເຊົ້າຂອງວັນທີ 13 ສິງຫາ 2014, ສ່ວນ

ສົບຂອງຜູ້ຕາຍ ໄດ້ຖືກສົ່ງໄປໂຮງໝໍໃນເມືອງເດນປາຊາ ເພື່ອທຳການຊັນນະສູດສົບ ແລະ ເຈົ້າໜ້າທີ່ກຳລັງສອບສວນ

ວ່າ ເຫດການດັ່ງກ່າວ ເປັນການຄາດຕະກຳໂດຍມີການວາງແຜນໄວ້ກ່ອນ ຫຼື ບໍ່, ທາງດ້ານສະຖານທູດຂອງສະຫະລັດປະ

ຈຳນະຄອນຫຼວງຈາກາຕາ ໄດ້ຖະແຫຼງວ່າ ຮັບຊາບກ່ຽວກັບການເສຍຊີວິດຂອງພົນລະເມືອງອາເມຣິກັນເທິງເກາະບາຫຼີ

ແລ້ວ ແລະ ຮັບຮູ້ວ່າ ຜູ້ຕ້ອງສົງໄສ 2 ຄົນ ໄດ້ຖືກຄວບຄຸມຕົວເນື່ອງຈາກເຫດການດັ່ງກ່າວນີ້.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...