spot_img
Homeຂ່າວຕ່າງປະເທດຕາລີບານສັ່ງ "ຜູ້ປະກາດຂ່າວຍິງ" ປົກປິດໃບໜ້າ

ຕາລີບານສັ່ງ “ຜູ້ປະກາດຂ່າວຍິງ” ປົກປິດໃບໜ້າ

Published on

ຜູ້ປະກາດຂ່າວຍິງຊາວອັບການີສຖານຫຼາຍຄົນເລີ່ມປົກປິດໃບໜ້າຂະນະທີ່ອອກອາກາດ ຫຼັງທາງການມີຄຳສັ່ງໃຫ້ໃສ່ຜ້າຄຸມເມື່ອຢູ່ໃນທີ່ສາທາລະນະ ແລະ ຍົກລະດັບໃຊ້ຄຳສັ່ງດຽວກັນກັບຜູ້ປະກາດຂ່າວຍິງ.

ໃນວັນທີ 22 ພຶດສະພາ 2022 ຜູ້ປະກາດຂ່າວຍິງຊາວອັບການີສຖານຫຼາຍຄົນເລີ່ມປົກປິດໃບໜ້າຂະນະທີ່ອອກອາກາດ ຫຼັງຈາກສະຖານີໂທລະທັດໃນອັບການີສຖານຫຼາຍແຫ່ງກຳໜົດໃຫ້ຜູ້ປະກາດຂ່າວຍິງ ຕ້ອງປະຕິບັດຕາມຄຳສັ່ງຂອງກະຊວງສົ່ງເສີມສິນລະທຳ ແລະ ປົກປ້ອງຄວາມຊົ່ວຮ້າຍ ທີ່ກຳໜັດໃຫ້ຜູ້ປະກາດຂ່າວຍິງ ຕ້ອງໃສ່ຜ້າຄຸມຫົວ ແລະ ປົກປິດໃບໜ້າໃຫ້ເຫັນພຽງແຕ່ດວງຕາໃນລະຫວ່າງການລາຍງານຂ່າວ.

ຂະນະທີ່ ໂຄສົກກະຊວງສົ່ງເສີມສິນລະທຳ ແລະ ປ້ອງກັນຄວາມຊົ່ວ ກ່າວຍ້ອງຍໍສະຖານີໂທລະທັດຫຼາຍແຫ່ງ ທີ່ປະຕິບັດຕາມກົດ ລະບຽບການແຕ່ງກາຍນີ້ ພ້ອມລະບຸວ່າ: ຄຳສັ່ງນີ້ບໍ່ໄດ້ອອກມາຕໍ່ຕ້ານຜູ້ປະກາດຂ່າວຍິງ ແລະ ທາງການຈະບໍ່ມີເຈດຕະນາຖອດ ຫຼື ກີດກັ້ນພວກເຂົາຈາກຊ່ອງສາທາລະນະ ຫຼື ຕັດສິດໃນການເຮັດວຽກ.

ກ່ອນໜ້ານີ້ລັດຖະບານຕາລີບານ ລະບຸວ່າ: ຜູ້ຍິງຄວນອອກຈາກບ້ານເມື່ອຈຳເປັນເທົ່ານັ້ນ ແລະ ມີຄຳສັ່ງ ໃຫ້ຜູ້ຍິງທຸກຄົນຕ້ອງໃສ່ຊຸດ ບູຮກາ ເພື່ອປົກປິດຮ່າງກາຍ ແລະ ໃບໜ້າຂອງຕົວດເອງທຸກຄັ້ງເວລາຢູ່ໃນທີ່ສາທາລະນະ ໂດຍຫາກລະເມີດທາງຍາດພີ່ນ້ອງຈະຖືກລົງໂທດ ເຮັດໃຫ້ຍອດຂາຍ ບລູຮກາ ມີຈຳນວນເພີ່ມຂຶ້ນສູງ.

ຂໍ້ມູນ: ໄທ ພີບີເອັສ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...