spot_img

ຕາດຖ້ຳພະ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ ເຮົາພາກັນໄປຫຼິ້ນນ້ຳດີກວ່າຫຼັງຈາກເຂົ້າພັນສາແລ້ວຖ້າບໍ່ຮູ້ຈະໄປພັກຜ່ອນທາງໃດດີ ແອັດມິນຂໍແນະນຳໜຶ່ງສະຖານທີ່ທ່ຽວຄື ຕາດຖ້ຳພະ ນອກຈາກຈະເປັນບ່ອນທ່ອງທ່ຽວທາງທຳມະຊາດທີ່ສວຍງາມແລ້ວ ທ່ານກໍ່ຍັງສາມາດພາຄອບຄົວ, ເພື່ອນຝູງ ຫຼື ຄົນຮັກຂອງທ່ານໄປກິນເຂົ້າປ່າສາມັກຄີໄດ້ອີກດ້ວຍ ກິນອື່ມແລ້ວກໍ່ພາກັນລົງຫຼິ້ນນ້ຳເຢັນກາຍສະບາຍໃຈ

ການເດີນທາງມາທ່ຽວຕາດຖ້ຳພະແຫ່ງນີ້ແມ່ນບໍ່ໄກຈາກນະຄອນຫຼວງປານໃດ ພຽງຂັບລົດມາຕາມເສັ້ນທາງ 13 ໃຕ້ ໄລຍະທາງປະມານ 60 ກິໂລແມັດ ຈາກນັ້ນກໍ່ລ້ຽວຊ້າຍເຂົ້າທາງຕາດວັງຫຼວງ ກ່ອນຮອດຕາດວັງຫຼວງປະມານ 3 ກິໂລແມັດຈະມີປ້າຍ ລ້ຽວຂວາເຂົ້າໄປ 800 ແມັດ. ທຳມະຊາດງາມ.ສະອາດ.ປອດໄພ ເດັກນ້ອຍ ແລະ ຜູ້ໃຫຍ່ມີສະຖານໃຫ້ຫຼີ້ນຕາມຄວາມເໝາະສົມ.ມີອາຫານພື້ນບ້ານ.ອາຫານຕາມສັ່ງ ແລະ ເຄື່ອງດື່ມຄົບຄັນໄວ້ຄອຍບໍລິການຢ່າງເຕັມທີ່.

ຕາດແຫ່ງນີີ້ສາມາດນຳອາຫານເຂົ້າມາກິນທາງໃນໄດ້ແຕ່ຫ້າມເອົາເຄື່ອງດື່ມປະເພດແກ້ວເຂົ້າມາ ເພື່ອຄວາມປອດໄພ ແຕ່ວ່າຕອນນີ້ເຮົາມາເບິ່ງຄວາມສວຍງາມຂອງຕາດໄປພ້ອມກັນເລີຍດີກວ່າ

https://www.facebook.com/ABClaos/videos/pcb.1726603930976172/1726601730976392/?type=3&theater

 

 

ແຫລ່ງຂໍ້ມູນ: ສຳນັກຂ່າວເອບີຊີລາວ

 

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...