spot_img
Homeຂ່າວພາຍ​ໃນຕັ້ງລາງວັນນຳຈັບໂຈນປຸ້ນຮ້ານຄຳ 100 ລ້ານກີບ

ຕັ້ງລາງວັນນຳຈັບໂຈນປຸ້ນຮ້ານຄຳ 100 ລ້ານກີບ

Published on

ວັນທີ 8 ມິຖຸນາ 2023 ເວລາປະມານ 13:49 ນາທີ ຜ່ານມາ, ເກີດເຫດໂຈນບຸກປຸ້ນຮ້ານຄຳພໍໃຈ ທີ່ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ຕາມການທີ່ຮ້ານຄຳພໍໃຈເຄີຍໂພສໄວ້ວ່າ: ກ່ອນໜ້ານີ້ ໂຈນເຄີຍມາສຳຫຼວດເບິ່ງຮ້ານເຖິງ 2 ຄັ້ງ ແລ້ວແຕ່ກໍບໍ່ໄດ້ລັກຫຍັງ ເນື່ອງຈາກຄົນໜ້າຮ້ານມີຈຳນວນຫຼາຍ, ຕໍ່ມາມື້ນີ້ ໂຈນຜູ້ເກົ່າກໍເຂົ້າມາບຸກປຸ້ນເອົາຄຳໄປໄດ້, ອີງຕາມການສັງເກດລັກສະນະຄົນ ແລະ ກະເປົາທີ່ພາຍມາ.

ເຫດການນີ້ ສິ່ງທີ່ເສຍຫາຍແມ່ນ ຄຳ 54 ບາດ, ປະຕູ ແລະ ຕູ້ແກ້ວແຕກ ແລະ ພະນັກງານໄດ້ຮັບບາດເຈັບເລັກໜ້ອຍ.
ຫຼ້າສຸດ, ທາງເຈົ້າຂອງຮ້ານຄຳໄດ້ອອກມາເຄື່ອນໄຫວຜ່ານສື່ສັງຄົມອອນລາຍ ແລະ ໄດ້ຕັ້ງລາງວັນນຳຈັບຄົນຮ້າຍທີ່ກໍ່ເຫດ ມູນຄ່າ 100.000.000 ລ້ານກີບ ແລະ ແຖມຄຳທີ່ຄົນຮ້າຍລັກໄປນ້ຳໜັກ 54 ບາດ ໃຫ້ອີກຟຣີໆ ຖ້າແມ່ນໃຜຮູ້ເບາະແສ ຫຼື ສາມາດຈັບຕົວຜູ້ກໍ່ເຫດໄດ້.

ຢ່າງໃດກໍຕາມ ເຫດການນີ້ຫຼາຍຄົນຕັ້ງຂໍ້ສັງເກດວ່າມັນແມ່ນໂຈນຄົນເກົ່າຄົນເດີມທີ່ເຄີນກໍ່ເຫດປຸ້ນຕໍ່ເນື່ອງຢູ່ຮ້ານຄໍາຢູ່ຕະຫລາດສີໄຄ, ຮ້ານວິວມໍ ຂໍໃຫ້ເຈົ້າໜ້າທີ່ສາມາດນຳຈັບຄົນຮ້າຍມາດຳເນີນຄະດີຕາມກົດໝາຍໃຫ້ໄດ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...