ດ່ວນ! ເຕືອນໄພພາຍຸ

ກົມອຸຕຸນິຍົມ ແລະອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ອອກປະກາດແຈ້ງເຕືອນວ່າ ຈະມີລົມພາຍຸທີ່ຊື່ວ່າ ແວມໂຄພັດຜ່ານປະເທດຫວຽດນາມໃນຕອນແລງວັນທີ 14 ກັນຍາ ແລະຈະເຄື່ອນເຂົ້າສູ່ທາງພາກໃຕ້ ຂອງປະເທດລາວໃນ ວັນທີ 15 ກັນຍານີ້  ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະລົມພັດແຮງ ໃນບາງແຂວງພາກກາງຫາພາກໃຕ້ ເຊັ່ນ ສະຫວັນນະເຂດ, ສາລະວັນ, ອັດຕະປື, ເຊກອງ ແລະຈຳປາສັກ ດັ່ງນັ້ນ, ຈຶ່ງແຈ້ງໃຫ້ພໍ່ແມ່ປະຊາຊົນ ເຂດດັ່ງກ່າວໃຫ້ມີສະຕິລະມັດລະວັງ.

warning