spot_img
Homeຂ່າວຕ່າງປະເທດດັດຊະນີການຜະລິດອາຊຽນຫົດຕົວ

ດັດຊະນີການຜະລິດອາຊຽນຫົດຕົວ

Published on

ດັດຊະນີ​ການຈັດ​ຊື້​ຂະ​ແໜງ​ການ​ຜະລິດ(ພີ​ເອັມ​ໄອ​)ອາ​ຊຽນຫຼຸດ​ລົງ​ສູ່ລະດັບ​ຕໍ່າ​ສຸດ​ໃນ​ຮອບ 11 ​ເດືອນ​ໃນ​ເດືອນ​ຕຸລາ​ທີ່​ຜ່ານ​ມາ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ດັດຊະນີ​ການຈັດ​ຊື້​ຂະ​ແໜງ​ການ​ຜະລິດ(ພີ​ເອັມ​ໄອ​)ອາ​ຊຽນຫຼຸດ​ລົງ​ສູ່ລະດັບ​ຕໍ່າ​ສຸດ​ໃນ​ຮອບ 11 ​ເດືອນ​ໃນ​ເດືອນ​ຕຸລາ​ທີ່​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ​ເຖິງ​ສະຖານະ​ການ​ດ້ານ​ການ​ຜະລິດ​ທົ່ວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້(ອາ​ຊຽນ)ຫຼຸດ​ລົງ ​ໂດຍ​ດັດຊະນີ​ຢູ່​ທີ່ 49,2 ຫຼຸດ​ລົງ​ຈາກ​ລະດັບ 50,5 ​ໃນ​ເດືອນ​ກ່ອນ​ໜ້າ​ນີ້ ທັງ​ນີ້​ຕົວ​ເລກ​ດັດຊະນີ​ທີ່​ຫຼາຍ​ກວ່າ 50 ບົ່ງ​ຊີ້​ໃຫ້​ເຫັນ​ເຖິງ​ການ​ຂະຫຍາຍຕົວຂະນະ​ທີ່​ຕໍ່າ​ກວ່າ 50 ໝາຍ​ເຖິງ​ການ​ຫົດ​ຕົວ

ປະ​ເທດ​ທີ່​ປະສົບ​ບັນຫາ​ຫຼາຍ​ທີ່​ສຸດ​ຄື ອິນ​ໂດ​ເນ​ເຊຍ ທີ່​ມີ​​ເຂດ​ເສດຖະກິດ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​ອາ​ຊຽນ ດັດຊະນີ​ຢູ່​ທີ່ 48,7 ​ໃນ​ເດືອນ​ຕຸລາ​ທີ່​ຜ່ານ​ມາ ນັບ​ເປັນ​ການ​ຫົດ​ຕົວ​ລົງ​ຫຼັງ​ຈາກ​ຂະຫຍາຍຕົວ​ເພີ່ມ​ຂຶ້ນມາ 2 ​ເດືອນ​ຕິດ​ຕໍ່​ກັນ ຊຶ່ງ​ການ​ຫຼຸດ​ລົງ​ຂອງ​ຄຳ​ສັ່ງ​ຊື້​ໃໝ່​ເປັນສາ​ເຫດ​ສຳຄັນ ​ໂດຍ 1 ​ໃນ 5 ຂອງ​ຜູ້​ຈັດການ​ຝ່າຍ​ຊື້​ທີ່​ໄດ້​ຮັບ​ການ​ສຳ​ຫຼວດ​ເປີດ​ເຜີຍ​ວ່າ ມີ​ການ​ເລີ່​ມຕົ້ນ​ທຸລະ​ກິດ​ໃໝ່​ນ້ອຍ​ລົງ​ເນື່ອງ​ຈາກ​ອຸປະ​ສົງ​ພາຍ​ໃນ​ປະ​ເທດ​ຫຼຸດ​ລົງ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...