spot_img
Homeປ່ອງຢ້ຽມດວງດາວດວງເດືອນກຳລັງເຄື່ອນໂຕອອກຈາກຫນ່ວຍໂລກ! ເປັນຜົນໃຫ້ເວລາໃນ 1 ມື້ແມ່ນມີຄວາມດົນນານຂື້ນ

ດວງເດືອນກຳລັງເຄື່ອນໂຕອອກຈາກຫນ່ວຍໂລກ! ເປັນຜົນໃຫ້ເວລາໃນ 1 ມື້ແມ່ນມີຄວາມດົນນານຂື້ນ

Published on

ເວັບໄຊສ໌ The Sun ລາຍງານຜົນການສຶກສາໃຫມ່ຂອງ ສາສະດາຈານດ້ານທໍລະນີວິທະຍາຂອງສະຫະລັດ ປະຈຳມະຫາວິທະຍາໄລ ວິສຄອນຊິນ ເມດິສັນ, ທ່ານ ສະຕິເຟ່ນ ເມເຢີຣ໌ ເຜີຍວ່າພົບດວງຈັນດາວບໍລິວານຂອງຫນ່ວຍໂລກກຳລັງເຄື່ອນຕົວອອກຫ່າງຈາກໂລກເຮົາໄປເລື້ອຍໆ ສະເລ່ຍແລ້ວໄລຍະເວລາຂອງການອອກຫ່າງແມ່ນໃນ 1 ປີຈະຍັບອອກໄປປະມານ 3.82 ຊັງຕີແມັດ ຊື່ງຈະສົ່ງຜົນເຮັດໃຫ້ເວລາໃນຫນື່ງມື້ເທີງໂລກເຮົາແມ່ນມີຄວາມດົນນານຂື້ນ.

ຂະນະດຽວກັນຜົນການສຶກສາໄດ້ລະງັບຄວາມກັງວົນຂອງຜູ້ຄົນໃນໂລກນີ້ວ່າບໍ່ຕ້ອງເປັນຫ່ວງເຖີງວ່າເວລາໃນແຕ່ລະມື້ຈະດົນຂື້ນ ເພາະວ່າການທີ່ເວລາເທີງໂລກດົນຂື້ນອີກ 1 ຊົ່ວໂມງນັ້ນຕ້ອງໃຊ້ເວລາຍາວນານເຖີງ 200ລ້ານປີ, ຈາກການສຶກສາຂອງນັກທໍລະນີວິທະຍາທີມນີ້ຍັງລະບຸວ່າ ເມື່ອ 1.4 ພັນລ້ານປີທີ່ແລ້ວ ເວລາ 1 ມື້ເທີງໂລກແມ່ນມີພຽງແຕ່ 18 ຊົ່ວໂມງເທົ່ານັ້ນ ອັນເປັນຜົນມາຈາກ ຍ້ອນໂລກໂຄຈອນຮອບຕົວເອງໄວກວ່າປະຈຸບັນ ແລະ ດວງຈັນໂຄຈອນໃກ້ໂລກຫລາຍກວ່ານີ້ ເຮັດໃຫ້ມີຜົນຕໍ່ການໂຄຈອນຮອບຕົວເອງຂອງໂລກ.

ທັງນີ້ ປະຈຸບັນດວງເດືອນເຄື່ອນຮອບຫນ່ວຍໂລກຈາກຕາເວັນຕົກໄປຕາເວັນອອກໃນທິດທາງດຽວກັບການຫມຸນຮອບຕົວຂອງໂລກ ດວງເດືອນແມ່ນເຄື່ອນທີ່ອ້ອມໂຕຮອບໂລກ 1 ຮອບ ມີລັກສະນະການຫມຸນເປັນ 360 ອົງສາ ແລະ ໃຊ້ເວລາ 27.3 ມື້.

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...