spot_img
Home​ຂ່າວບັນເທິງດຣາມ່າໜັກ! ຊຸດປະຈຳຊາດ ກັບ ຊຸດຣາຕີ ຂອງ Miss Universe Laos 2017

ດຣາມ່າໜັກ! ຊຸດປະຈຳຊາດ ກັບ ຊຸດຣາຕີ ຂອງ Miss Universe Laos 2017

Published on

ຫຼັງຈາກທີ່ທາງກອງປະກວດ Miss Universe Laos 2017 ໄດ້ປ່ອຍຮູບຊຸດປະຈຳຊາດລາວ ກັບ ຊຸດຣາຕີທີ່ຈະໃຊ້ໃນກອງປະກວດ Miss Universe 2017 ທີ່ປະເທດສະຫະລັດອາເມລິກາ ອອກມາໃຫ້ແຟນໆຊາວລາວທັງປະເທດໄດ້ຊົມກັນ ກໍ່ເກີດກະແສວິພາກວິຈານເລື່ອງຊຸດຂຶ້ນມາທັນທີ ແຟຄລັບສ່ວນຫຼາຍຕ່າງກໍ່ຮູ້ສຶກຜິດຫວັງບໍ່ສົມກັບທີ່ລໍຄອຍເບິ່ງ ຈົນເຮັດໃຫ້ທາງກອງປະກວດໄດ້ອອກມາອະທິບາຍກ່ຽວກັບເລື່ອງນີ້

“ໃນຖານະເຈົ້າຂອງໂຄງການ, ພວກເຮົາຮັບຮູ້ວ່າເປັນການຍາກ ທີ່ຈະອອກແບບມາໃຫ້ຖືກໃຈທຸກທ່ານທາງພາກລັດ, ສັງຄົມ, ຜູ້ອຸປະຖຳ ແລະ ອື່ນໆ. ອາດຈະບໍ່ຖືກໃຈທ່ານຫມົດຕາມທີ່ທ່ານມັກ ແລະ ຕ້ອງການ. ເຖິງຢ່າງໃດພວກເຮົາກໍ່ຂໍຂອບໃຈໃນຄຳເຫັນທີ່ຫລາກຫລາຍ ແລະ ຈະເອົາຄວາມຄິດເຫັນຂອງທ່ານເພື່ອໄປປັບປຸງໃນໂອກາດຫນ້າ. ຫວັງຢ່າງຍິ່ງວ່າ ບັນດາທ່ານຈະໃຫ້ຄຳເຫັນໃນທາງສ້າງສັນ ແລະ ດ້ວຍຄວາມມີມາລະຍາດອັນດີຂອງຄົນລາວ.

ຊຸດລາວຂອງ Miss Universe Laos 2017 ໂດຍໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີການປະກວດ”

ໂດຍຊຸດປະຈຳຊາດແມ່ນໄດ້ຮັບການສະໜັບສະໜູນຈາກພາກສ່ວນ: ນໍ້າເພັດ ຂາຍສົ່ງ-ຍ່ອຍ ປັກດິ້ງ ຫລວງພະບາງ
ອອກແບບປະຍຸກຊຸດໂດຍ: The Winner Academy

ທາງບັນເທີງລາວໂພສຂໍເປັນກຳລັງໃຈໃຫ້ທີມງານ ແລະ ນາງ ສຸພາພອນ ສົມວິຈິດ (ນຸ້ຍ) Miss Universe Laos 2017 ປะສົບຄວາມສຳເລັດໃນເວທີການປະກວດ Miss Universe 2017 ທີ່ສະຫະລັດອາເມລິກາ ແລະ ຖ້າຕອນນີ້ໃຜຍັງບໍ່ທັນໄດ້ສົ່ງແຮງໃຈໄປເຊຍລາວ ແມ່ນເຂົ້າໄປໄດ້ເລີຍທີ່ເຟສບຸກເພຈ ຫຼື ໄອຈີ Miss Universe 2017 ເລືອກກົດຖືກໃຈ ຫຼື ແຊຣທີ່ຮູບ ນຸ້ຍ ໜຶ່ງຄະແນນສຽງຂອງທ່ານຈະສາມາດຊ່ວຍໃຫ້ນຸ່ຍຜ່ານເຂົ້າໄປຮອບເລິກໆໄດ້

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...