spot_img
Homeຂ່າວຕ່າງປະເທດຍູເຄຣນກ່າວວ່າ ຣັດເຊຍມີສ່ວນເຮັດໃຫ້ ເຂື່ອນໂນວາຄາຄອຟກາຖືກລະເບີດແຕກ

ຍູເຄຣນກ່າວວ່າ ຣັດເຊຍມີສ່ວນເຮັດໃຫ້ ເຂື່ອນໂນວາຄາຄອຟກາຖືກລະເບີດແຕກ

Published on

ໃນວັນທີ 6 ມິຖຸນາ 2023 ນີ້ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດສະເທືອນຂວັນ ເຂື່ອນໂນວາຄາຄອຟກາ ເຂື່ອໃຫຍ່ທາງພາກໃຕ້ຂອງຍູເຄຣນຖືກລະເບີດ ເປັນເຫດໃຫ້ເຂື່ອນບາງສ່ວນແຕກ ໄດ້ຮັບຄວາມເສຍຫາຍ ຈົນເຮັດໃຫ້ນ້ຳຈຳນວນມະຫາສານຈາກອ່າງເກັບນ້ຳເທິງເຂື່ອນ ໄຫຼລົງຖ້ວມສະໜາມຮົບລຫວ່າງ ຍູເຄຣນ ແລະ ຣັດເຊຍ ຂະນະທີ່ສອງຝ່າຍຕ່າງກ່າວໂທດຝ່າຍກົງກັນຂ້າມທີ່ຖີ້ມລະເບີດໃນບໍລິເວນນີ້.

ຈາກຄລິບວີດີໂອທີ່ເຜີຍແຜ່ທາງສື່ສັງຄົມອອນລາຍ ສະແດງໃຫ້ເຫັນເຫດການທີ່ຮ້າຍແຮງວ່າມີການຖິ້ມລະເບີດຢ່າງໜັກຮອບເຄື່ອນໂນວາຄາຄອຟກາ ເຊິ່ງກັ້ນແມ່ນ້ຳດານີໂປ ແລະ ມີອີກຄລິບວີດີໂອໜຶ່ງທີ່ເຜີຍໃຫ້ເຫັນ ວ່າມີນ້ຳຈຳນວນຫຼາຍທີ່ໄຫຼອອກມາຈາກບໍລິເວນເຂື່ອນແຕກ ຈົນເຮັດໃຫ້ຜູ້ຄົນທີ່ເຫັນຕ່າງຕົກໃຈ ແລະ ຕ່າງເວົ້າໃຫ້ກັນວ່າມັນເກີດຂຶ້ນຍ້ອນສົງຄາມ.

ທັງນີ້, ເຂື່ອນໂນວາຄາຄອຟກາ ຫຼື ເອີ້ນວ່າເຄື່ອນຄາຄອຟກາ ຢູ່ໃນພາກພື້ນເຄີຊອນ ທາງພາກໃຕ້ຂອງຍູເຄຣນ ໄດ້ຖືກຝ່າຍຣັດເຊຍຍຶດຄອງໄດ້ຕັ້ງແຕ່ຕອນເລີ່ມເຮັດສົງຄາມໃນຍູເຄຣນເມື່ອປີ 2022 ແຕ່ຕ້ອງຕົກເປັນເປົ້າໝາຍຖືກໂຈມຕີຢ່າງຕໍ່ເນື່ອງ.

ທີ່ມາ: ABC News.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...