spot_img
Homeຂ່າວພາຍ​ໃນຍຶດອາວຸດເສິກ ແລະ ຢາສູບໄຟຟ້າ 600 ກອກ

ຍຶດອາວຸດເສິກ ແລະ ຢາສູບໄຟຟ້າ 600 ກອກ

Published on

ໃນວັນທີ 11 ກັນຍາ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີດ່ານພາສີສາກົນຂົວມິດຕະພາບ I ທີ່ຂຶ້ນກັບພາສີ ປະຈໍານະຄອນຫຼວງວຽງຈັນ ຢຶດອາວຸດເສີກ (ປະເພດປືນຍາວ) ໄດ້ຈໍານວນ 01 ກະບອກ ແລະ ຢາສູບໄຟຟ້າຈໍານວນ 600 ກອກ, ພ້ອມທັງໄດ້ດຳເນີນການມອບ-ຮັບຂອງກາງດັ່ງກ່າວໃຫ້ເຈົ້າໜ້າທີ່ຕຳຫຼວດນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.

ຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ໃນວັນທີ 11 ກັນຍາ 2022 ນີ້, ເຈົ້າໜ້າທີ່ພາສີປະຈຳການຢູ່ຈຸດກວດກາພາຫະນະຂາເຂົ້າຂອງດ່ານ,ໄດ້ປະຕິບັດໜ້າທີ່ຕາມວິຊາສະເພາະຂອງຕົນໂດຍໄດ້ຂໍອະນຸຍາດກວດກາພາຫະນະຕ່າງປະເທດ, ປະເພດລົດຈີບ, ຍີ້ຫໍ້: ມິດຊູບີຊີ (ປາຈີໂຣສະປອດ) ສີດໍາທະບຽນໄທ ກງ 5939 ໜອງຄາຍ, ພາຍຫຼັງຜູ້ກ່ຽວໄດ້ແຈ້ງເອກະສານໜັງສືເດີນທາງຕໍ່ເຈົ້າໜ້າທີ່ຕຳຫຼວດ ຕມ ປະຈຳດ່ານແລ້ວ, ຜ່ານການກວດກາພາຫະນະດັ່ງກ່າວໄດ້ເຫັນແກັດເຈັ້ຍຍາວ 01 ແກັດ, ເຈົ້າໜ້າທີ່ພາສີໄດ້ຖາມຄົນຂັບລົດວ່າແມ່ນແກັດຫຍັງ, ຊຶ່ງຜູ້ກ່ຽວໄດ້ຕອບວ່າເປັນແກັດເຄື່ອງອາໄລ່ລົດ, ເມື່ອເປັນແນວນັ້ນເຈົ້າໜ້າທີ່, ຈຶ່ງໄດ້ກວດກາໂດຍຊ່ອງໜ້າເຈົ້າຂອງພາຫະນະ, ພົບເຫັນອາວຸດເສິກ (ປືນຍາວ) 01 ກະບອກ, ຍີ້ຫໍ້ KM 12 DERYA ຜະລິດໃນປະເທດ ຕຸກກີ (TURKIYE) ເປັນປະເພດສິນຄ້າເກືອດຫ້າມ (ອາວຸດເສິກ).

ຜ່ານການສືບສວນ-ສອບສວນເບື້ອງຕົ້ນຜູ້ກ່ຽວຊື່ທ້າວ ພິທັກ ສຸກເສີມ ອາຍຸ 42 ປີ ສັນຊາດໄທ, ອາຊີບ ຂັບລົດ, ຖືໜັງສືຜ່ານແດນເລກທີ A00191588, ລົງວັນທີ 07 ກັນຍາ 2022 ອອກທີ່ຈັງຫວັດໜອງຄາຍ, ໄດ້ນໍາ ອາວຸດເສິກ (ປືນຍາວ) 01 ກະບອກ ຍີ້ຫໍ້ KM 12 DERYA ຜະລິດໃນປະເທດຕຸກກີ (TURKIYE) ເປັນປະເພດສິນຄ້າເກືອດຫ້າມ (ອາວຸດເສິກ) ບໍ່ອະນຸຍາດນຳເຂົ້າ-ສົ່ງອອກ, ຜ່ານດ່ານ, ເຄື່ອນຍ້າຍ, ຊື້ຂາຍ ຫຼື ມີໄວ້ຄອບຄອງ ແລະ ເປັນການລະເມີດຕໍ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2022 ມາດຕາ 58 ແລະ ກົດໝາຍອື່ນໆທີ່ຕິດພັນ.

 

ສໍາລັບຜູ້ຕ້ອງຫາ ແລະ ອາວຸດເສິກໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈຳດ່ານນຳໄປດຳເນີນການຕາມພາລະບົດບາດ, ສ່ວນພາຫະນະນຳໃຊ້ໃນການກະທໍາຄວາມຜິດເຈົ້າໜ້າທີ່ພາສີໄດ້ຮັກສາໄວ້ຊົ່ວຄ່າວຢູ່ດ່ານພາສີສາ ກົນຂົວມິດຕະພາບ I.

ໃນວັນດຽວກັນ ເຈົ້າໜ້າທີ່ພາສີປະຈໍາຈຸດກວດກາຜູ້ໂດຍສານຂາອອກຂອງດ່ານພາສີສາກົນຂົວມິດຕະພາບ I ກໍໄດ້ກວດພົບເຫັນ ແລະ ຢຶດປະເພດຢາສູບໄຟຟ້າຈໍານວນ 600 ກອກ ບັນຈຸຢູ່ໃນແກັດເຈັ້ຍຈໍານວນ 02 ແກັດ ໂດຍທ້າວ ໂກລາວິດ ສຸລີນທາໃຈ, ອາຍຸ 25 ປີ, ສັນຊາດໄທ, ອາຊີບ ຄ້າຂາຍ, ຢູ່ຈັງຫວັດຊຽງໃໝ່ (ປະເທດໄທ), ຖືໜັງສືຜ່ານແດນເລກທີ່ AB 2733597 ເປັນຜູ້ຄອບຄອງ ຊຶ່ງສິນຄ້າດັ່ງກ່າວບໍ່ໄດ້ແຈ້ງລາຍລະອຽດຕໍ່ເຈົ້າໜ້າທີ່ພາສີ ແລະ ບໍ່ມີອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ, ສິນຄ້າທີ່ກວດພົບໄດ້ໃນຄັ້ງນີ້ເປັນປະເພດຢາສູບໄຟຟ້າ, ຍີ້ຫໍ້ Quik cola lemon ນໍ້າໜັກ: 18 kg, ມູນຄ່າ: 942,85 ໂດລາສະຫະລັດຜະລິດມາຈາກ ສປ ຈີນ.

ຢາສູບຈໍານວນ 600 ກອກ, ປັດຈຸບັນແມ່ນຮັກສາໄວ້ຢູ່ສາງດ່ານພາສີສາກົນຂົວມິດຕະພາບ I ແລະ ກຽມມອບ-ຮັບໃຫ້ຂະແໜງການກ່ຽວຂ້ອງນໍາໄປທໍາລາຍຢ່າງເປັນທາງການ.

ພາບ-ຂ່າວ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...