ຍີ່ປຸ່ນໜາວຫຼາຍຫິມະຕົກໃນເດືອນພະຈິກ ໃນຮອບ 54 ປີ

0
1431

ອີງຕາມການລາຍງານຂອງສຳນັກຂ່າວເອັນເອສເຄ ຂອງປະເທດຍີ່ປຸ່ນ ເມື່ອວັນທີ 24 ພະຈິກ 2016ວ່າ ອາກາດເຢັນລົງຢ່າງແຮງ ກຳລັງແຜ່ປົກຄຸມທາງພາກເໜືອ ແລະພາກຕາເວັນອອກຂອງປະເທດ ເຮັດໃຫ້ເກີດຫິມະຕົກໃນນະຄອນໂຕກຽວ ຖືເປັນຫິມະທຳອິດຂອງປີ ແລະເປັນຄັ້ງທຳອິດໃນຮອບ 54 ປີ ທີ່ນະຄອນຫຼວງໂຕກຽວມີຫິມະຕົກ ໃນເດືອນພະຈິກ ເຊິ່ງເຫດການແບບນີ້ ເກີດຂຶ້ນຄັ້ງສຸດທ້າຍໃນວັນທີ 22​ ພະຈິກ ປີ 1962

%e0%ba%8d%e0%ba%b5%e0%bb%88%e0%ba%9b%e0%ba%b8%e0%bb%88%e0%ba%99%e0%ba%99

ທາງເຈົ້າໜ້າທີ່ກໍໄດ້ເຕືອນ ໃຫ້ປະຊາຊົນ ໃຊ້ເສັ້ນທາງການສັນຈອນ ດ້ວຍຄວາມລະມັດລະວັງ ເພາະຖະໜົນຫົນທາງມື່ນ ແລະກຽມຮັບມືກັບຜົນກະທົບທີ່ອາດເກີດຂຶ້ນ ກັບລະບົບຂະບວນຂົນສົ່ງມວນຊົນ