spot_img
Homeຂ່າວຕ່າງປະເທດຍີ່ປຸ່ນເຕືອນໄພ ຫຼັງເກົາຫຼີເໜືອຍິງລູກສອນໄຟ

ຍີ່ປຸ່ນເຕືອນໄພ ຫຼັງເກົາຫຼີເໜືອຍິງລູກສອນໄຟ

Published on

ວັນທີ 3 ພະຈິກ 2022 ເກົາຫຼີເໜືອໄດ້ທົດສອບຍິງລູກສອນໄຟ 3 ລູກ ແລະ ຄາດວ່າມີລູກສອນໄຟຍິງໄປໄກຂ້າມທະວີບ ຈົນຍີ່ປຸ່ນຕ້ອງປະກາດເຕືອນປະຊາຊົນໃນພາກກາງ ແລະ ພາກເໜືອຂອງປະເທດ ຫາບ່ອນລີ້ໄພ.

ການຍິງລູກສອນໄຟຂອງເກົາຫຼີເໜືອໃນມື້ນີ້ ເກີດຂຶ້ນຫຼັງຈາກມື້ວານນີ້ຍິງລູກສອນໄຟຢ່າງໜ້ອຍ 23 ລູກເຊິ່ງເປັນການຍິງຫຼາຍສຸດພາຍໃນມື້ດຽວ.

ລະບົບແຈ້ງເຕືອນໄຟສຸກເສີນຂອງຍີ່ປຸ່ນ ເຕືອນປະຊາຊົນໃນ ແຂວງມິຢາງິ ຢາມາກາຕະ ແລະ ນີງາຕະ ໃນພາກກາງຂອງປະເທດ ໃຫ້ຫາບ່ອນລີ້ໄພໃນຕຶກອາຄານໂດຍດ່ວນ ພາຍຫຼັງທີ່ມີການແຈ້ງເຕືອນແລ້ວ 25 ນາທີ ໜ່ວຍຍາມແຄມຝັ່ງຂອງຍີ່ປຸ່ນໄດ້ລາຍງານວ່າ ລູກສອນໄຟໄດ້ຕົກລົງມະຫາສະໝຸດປາຊີຟິກແລ້ວ.

ຕໍ່ມາກະຊວງປ້ອງກັນປະເທດຂອງຍີ່ປຸ່ນໄດ້ຢືນຢັນວ່າ ລູກສອນໄຟດັ່ງກ່າວບໍ່ໄດ້ເຂົ້າມາໃນນ່ານຟ້າຂອງຍີ່ປຸ່ນ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...