spot_img
Homeຂ່າວການພັດທະນາຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫລືອ ການບໍລິການສຸຂະພາບຜົ້ງປາກ ໃນ ສປປ ລາວ ກວ່າ 3 ແສນໂດລາ

ຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫລືອ ການບໍລິການສຸຂະພາບຜົ້ງປາກ ໃນ ສປປ ລາວ ກວ່າ 3 ແສນໂດລາ

Published on

ລັດຖະບານຍີ່ປຸ່ນໄດ້ຕົກລົງສືບຕໍ່ໃຫ້ທຶນຊ່ວຍເຫຼືອລ້າ ການບໍລິການສຸຂະພາບໂຜ້ງປາກໃນ ສປປ ລາວ ເປັນມູນຄ່າຫລາຍກວ່າ 3 ແສນໂດລາສະຫະລັດ. ເຊິ່ງພິທີເຊັນສັນຍາໂຄງການດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 18 ຕຸລານີ້ ທີ່ສະຖານທູດຍີ່ປຸ່ນປະຈໍາລາວ, ລະຫວ່າງ ທ່ານ ຄາຊູໂນຣິ ຄາວາດະ, ອຸປະທູດ ແຫ່ງ ສະຖານທູດຍີປຸ່ນ ປະຈໍາລາວ ແລະ ທ່ານ ໂຕະຊິມິຊຶ ໂມະຈິດະ, ຕາງໜ້າອົງການຊ່ວຍເຫຼືອສາກົນ ທາງດ້ານການສຶກສາທັນຕະກໍາ ແຫ່ງ ປະເທດຍີ່ປຸ່ນ (OISDE) ເຊິ່ງແມ່ນອົງການບໍ່ຫວັງຜົນກໍາໄລ ຈາກປະເທດຍີ່ປຸ່ນ, ໂດຍມີພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ.

ໂຄງການດັ່ງກ່າວມີຊື່ວ່າ: “ໂຄງການຝຶກອົບຮົມ ການບໍລິການສຸຂະພາບຜົ້ງປາກ ໃຫ້ແກ່ນາງພະຍາບານ, ນັກຮຽນໂຮງຮຽນເຕັກນິກພະຍາບານ ແລະ ພະນັກງານພະແນກສາທາລະນະສຸກ ແຂວງຄໍາມ່ວນ ແລະ ສະຫວັນນະເຂດ”, ເຊິ່ງເປັນທຶນຊ່ວຍເຫຼືອປີທີ 2 ຂອງການຈັດຕັ້ງປະຕິບັດໃນ 3 ປີ. ຂອງອົງການ OISDE ທີ່ໄດ້ເຄື່ອນໄຫວກ່ຽວກັບວຽກງານດັ່ງກ່າວໃນລາວ ນັບແຕ່ປີ 2002 ຢູ່ ແຂວງວຽງຈັນ ເປັນຕົ້ນມາ.

ໂຄງການດັ່ງກ່າວ ແມ່ນການຊ່ວຍເຫຼືອຕ່າງໆທີ່ສໍາຄັນ ໃຫ້ແກ່ນາງພະຍາບານຢູ່ສຸກສາລາ ແລະ ນັກຮຽນຂອງໂຮງຮຽນເຕັກນິກພະຍາບານ, ນອກຈາກນີ້ຍັງມີການກວດສຸຂະພາບຜົ້ງປາກ ແລະ ການຈັດກິດຈະກໍາສິດສອນຕ່າງໆ ໃນທ້ອງຖິ່ນອີກດ້ວຍເພື່ອແນໃສ່ຊ່ວຍສົ່ງເສີມດູແລສຸຂະພາບຜົ້ງປາກ ອັນຈະຊ່ວຍຫລຸດຜ່ອນພະຍາດແຂ້ວ ແລະ ພະຍາດຜົ້ງປາກຂອງປະຊາຊົນທ້ອງຖິ່ນຕ່າງໆ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...