spot_img
Homeຂ່າວຕ່າງປະເທດຍີ່ປຸ່ນຕິດຕັ້ງລະບົບຍິງຂີປະນາວຸດຕ້ານສັດຕູທີ່ເກາະຮັອກໄກໂດ

ຍີ່ປຸ່ນຕິດຕັ້ງລະບົບຍິງຂີປະນາວຸດຕ້ານສັດຕູທີ່ເກາະຮັອກໄກໂດ

Published on

ເມື່ອວັນທີ 19 ກັນຍາ 2017 ເອພີລາຍງານວ່າ ທາງການຍີ່ປຸ່ນເຄື່ອນຍ້າຍອຸປະກອນຕິດຕັ້ງລະບົບຂີປະນາວຸດ ລະ ຫັດ ແພດ-3 ຫຼື Patriot Advanced Capability-3 ທີ່ເກາະຮັອກໄກໂດ ທາງພາກເໜືອຂອງປະເທດແລ້ວ ເພື່ອກຽມຮັບມືກັບເກົາຫຼີເໜືອເຊິ່ງອາດຈະມີການທົດສອບຂີປະນາວຸດຂ້າມທະວີບອີກ ດັ່ງນັ້ນການຕິດຕັ້ງຂີປະນາວຸດຍິງສະກັດກັ້ນຈິ່ງເປັນສິ່ງສຳຄັນຫຼາຍເພື່ອປົກປ້ອງພົນລະເມືອງຂອງຕົນ

ສຳລັບແພດ-3 ໄດ້ເຄື່ອນຕົວອອກຈາກຖານທີ່ໝັ້ນໃນເມືອງ ຍາກຸໂມະ ໄປທີ່ຖານຮາໂກະດາເຕະ ທີ່ເກາະຮັອກໄກໂດ ມີໄລຍະການໄກກວ່າ 20 ກິໂລແມັດ ສ່ວນໜ່ວຍແພດ-3 ອື່ນໆ ໄວ້ໃຊ້ຄຸ້ມກັນທີ່ເມືອງຫຼວງນັ້ນໄດ້ຍ້າຍໄປຕິດຕັ້ງໃນທາງຕະເວັນຕົກສຽງໃຕ້ ນັບຕັ້ງວັນທີ່ເກົາຫຼີເໜືອຂູ່ວ່າຈະຍິງຂີປະນາວຸດໃສ່ເກາະກວມຂອງສະຫະລັດ ໃນທະເລປາຊີ ຟິກ

ຍີ່ປຸ່ນມີລະບົບປ້ອງກັນຂີປະນາວຸດຢູ່ 2 ຊັ້ນ ຊັ້ນທຳອິດເປັນຕົວຍິງສະກັດຊື່ ສະແຕນດາດ ມິສໄຊລ໌-3 ຕິດຕັ້ງຢູ່ເຮືອພິຄາດອີຈີສ ໃນທະເລຍີ່ປຸ່ນ ໃຊ້ຍິງສະກັດຂີປະນາວຸດສັດຕູໄດ້ກາງອາກາດ ຖ້າພາດຈະໃຊ້ລະບົບແພດ-3 ຍິງຂີປະນາ ວຸດແພດທຣີອອດ ຈາກພາກພື້ນດິນສູ່ອາກາດ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...