spot_img
Homeຂ່າວທ້ອງຖິ່ນຍິງໄວ 32ປີ ຕົ້ມຕຸນເດັກຊາຍ 13ປີ ເພື່ອເຂົ້າ 4 ເປົາ ບໍ່ແມ່ນການລັກພາຕົວ

ຍິງໄວ 32ປີ ຕົ້ມຕຸນເດັກຊາຍ 13ປີ ເພື່ອເຂົ້າ 4 ເປົາ ບໍ່ແມ່ນການລັກພາຕົວ

Published on

ອີງຕາມການລາຍງານຂ່າວຈາກ ປກສ ນະຄອນຫຼວງ ໃຫ້ຮູ້ວ່າ ຕໍ່ກັບເຫດການເດັກນ້ອຍຖືກລັກພາຕົວ ໃນວັນທີ 23 ກໍລະກົດ 2020, ເວລາ 10:00 ໂມງ ແລະ ຕໍ່ມາເວລາ 11 ໂມງ ແມ່ນພົບເຫັນຜູ້ກ່ຽວຊື່ ທ້າວ ວົງພະຈັນ ຫຼື ຕິກຕຸກ ອາຍຸ 13 ປີ ນັກຮຽນ ຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນັ້ນບໍ່ແມ່ນເປັນການລັກພາຕົວເດັກ, ແຕ່ເປັນການຕົ້ມຕຸນຫຼອກລວງເອົາເຂົ້າສານຈໍານວນ 4 ເປົາ; ເຊິ່ງຜູ້ກໍ່ເຫດແມ່ນ ນາງຄໍາຫຼ້າ ອາຍຸ 32 ປີ ວ່າງງານ ຢູ່ບ້ານນາດີ ເມືອງສິງ ແຂວງຫຼວງນໍ້າທາ; ປັດຈຸບັນ ພັກເຊົາຢູ່ເຮືອນພັກ ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ພາຍຫຼັງໄດ້ຮັບແຈ້ງເຫດ ເຈົ້າໜ້າທີ່ພະແນກຕໍາຫຼວດສືບຂ່າວອາຍາ ປກສ ນະຄອນຫຼວງວຽງຈັນ, ຈຶ່ງໄດ້ສົມທົບກັບໜ່ວຍງານວິຊາສະເພາະກິດ ປກສ ເມືອງໄຊເສດຖາ ແລະ ອໍານາດການປົກຄອງ ບ້ານເມືອງນ້ອຍ, ໄດ້ນໍາຕົວຜູ້ກ່ຽວໄປໃຫ້ຂໍ້ມູນ ຢູ່ຫ້ອງການບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຶ່ງຮູ້ໄດ້ວ່າ: ໃນມື້ເກີດເຫດໄດ້ມີຍິງຄົນໜື່ງ ອາຍຸປະມານ 30-35 ປີ, ຂີ່ລົດເກງ, ສີດໍາ ບໍ່ຕິດປ້າຍທະບຽນ ມາຊື້ເຂົ້າສານນໍາ ຈໍານວນ 4 ເປົາ ແລະ ໄດ້ໃຫ້ຕົນຂຶ້ນລົດນໍາ ເພື່ອໄປຊ່ວຍຍົກເຂົ້າສານລົງຈາກລົດ ແລ້ວຈຶງຈະຈ່າຍເງິນຄ່າເຂົ້າສານໃຫ້. ຕົນຈຶ່ງໄດ້ຂຶ້ນລົດໄປນໍາຜູ້ກ່ຽວ, ແຕ່ພໍໄປຮອດທາງຮ່ອມຂ້າງສູນກາງຊາວໜຸ່ມ ບ້ານໂພນທັນ ເມືອງໄຊເສດຖາ, ຍິງຄົນດັ່ງກ່າວໄດ້ບອກໃຫ້ຕົນລົງຈາກລົດຢູ່ນັ້ນລໍຖ້າແລ້ວຈະມາຮັບ. ແຕ່ເວລາຜ່ານໄປໄດ້ປະມານ 1 ຊົ່ວ ໂມງ ກໍບໍ່ເຫັນຜູ້ກ່ຽວມາຮັບຕາມທີ່ເວົ້າ, ຕົນຈຶ່ງໄດ້ຍ່າງກັບ ໃນລະຫວ່າງທາງ ກໍພົບເຫັນໝູ່ຄົນບ້ານດຽວກັນຂີ່ລົດຈັກກາຍມາພໍດີ, ຈຶ່ງຂໍຊ້ອນທ້າຍກັບເຮືອນນໍາ.

ພາຍຫຼັງເຈົ້າໜ້າທີ່ໄດ້ຮັບຂໍ້ມູນຄືແນວນັ້ນ ເຈົ້າໜ້າທີ່ກໍຮີບຮ້ອນຕິດຕາມສືບຫາຜູ້ກໍ່ເຫດ ໂດຍສົມທົບກັບພື້ນຖານ ແລະ ເພື່ອນຮ່ວມງານ ຊ່ວຍກັນຕິດຕາມລົດຄັນເປົ້າໝາຍ, ຈຶ່ງສາມາດຮູ້ໄດ້ວ່າ: ລົດຄັນດັ່ງກ່າວແມ່ນຈອດ ຢູ່ເຮືອນພັກແຫ່ງໜື່ງ ເຂດບ້ານໜອງໜ້ຽວ ເມືອງສີໂຄດຕະບອງ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂໍເຂົ້າກວດຫ້ອງນອນບ່ອນຜູ້ກ່ຽວພັກ ແລະ ເຫັນວ່າຂໍ້ມູນກົງກັບ ທ້າວ ວົງພະຈັນ (ຜູ້ຖືກຕົວະໃຫ້ຂຶ້ນລົດໄປນໍາ) ລາຍງານ, ຈຶ່ງໄດ້ກັກຕົວຜູ້ກ່ຽວໄວ້; ພ້ອມທັງເຮັດບົດບັນທຶກລາຍງານ ສາມາດຮູ້ໄດ້ວ່າ: ຜູ້ກ່ຽວ ຊື່ນາງ ຄໍາຫຼ້າ ຫຼື ວັນ ອາຍຸ 32 ປີ ວ່າງງານ ຢູ່ບ້ານນາດີ ເມືອງສິງ ແຂວງຫຼວງນໍ້າທາ ປັດຈຸບັນພັກເຊົາ ຢູ່ເຮືອນ ພັກບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ; ເຊິ່ງຜູ້ກ່ຽວໄດ້ໃຫ້ການຍອມຮັບສາລະພາບວ່າ: ໃນວັນທີ 23 ກໍລະກົດ 2020, ເວລາ 10:00 ໂມງ ຕົນໄດ້ໃຊ້ລົດເກງຂອງຕົນ ໄປຊື້ເຂົ້າສານ ຈໍານວນ 4 ເປົາ ຢູ່ຮ້ານຂາຍເຂົ້າແຄມທາງບ້ານເມືອງນ້ອຍ ເມືອງໄຊເສດຖາ ແລ້ວໃຫ້ເດັກທັງ 2 ຄົນທີ່ຂາຍເຂົ້າຊ່ວຍຫາມເປົາເຂົ້າຂຶ້ນລົດ. ຈາກນັ້ນ ກໍໄດ້ຂໍຢືມໂທລະສັບຂອງເດັກຜູ້ຍິງໂທຫາແມ່ຂອງເດັກໂດຍໄດ້ລົມກັນລັກສະນະຄືວ່າຮູ້ຈັກກັນມາກ່ອນ ແລ້ວກໍບອກໃຫ້ເດັກຜູ້ຊາຍຂຶ້ນລົດໄປນໍາ ເພື່ອຫາມເປົາເຂົ້າລົງຈາກລົດ. ເມື່ອຂີ່ໄປຮອດທາງຮ່ອມຂ້າງສູນກາງຊາວໜຸ່ມກໍໄດ້ຈອດໃຫ້ເດັກລົງຖ້າຢູ່ບ່ອນນັ້ນ ແລ້ວຕົນກໍຂັບລົດໜີໄປທາງສີໄຄ ພໍຮອດເຂດບ້ານໜອງໜ້ຽວ, ຈຶ່ງໄດ້ໂທລະສັບໃຫ້ຊາຍຄົນໜື່ງມາຮັບເອົາເຂົ້າສານນໍາຕົນ ເພື່ອໄປຂາຍໃຫ້ກໍາມະກອນຢູ່ສວນກ້ວຍ ເມືອງຫິນເຫີບ ແຂວງວຽງຈັນ. ຫຼັງຈາກນັ້ນ ຫຼັງຈາກສົ່ງເຂົ້າສານໃຫ້ຊາຍຄົນດັ່ງກ່າວແລ້ວກໍເຂົ້າໄປບ່ອນພັກ ພໍຮອດເວລາ 20:00 ໂມງ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄດ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...