spot_img
Homeຂ່າວຕ່າງປະເທດຍິງອາຍຸ 70 ປີ ເກີດລູກຄົນທໍາອິດ ຫຼັງແຕ່ງດອງກັບຜົວດົນເຖິງ 45 ປີ

ຍິງອາຍຸ 70 ປີ ເກີດລູກຄົນທໍາອິດ ຫຼັງແຕ່ງດອງກັບຜົວດົນເຖິງ 45 ປີ

Published on

ວັນທີ 20 ຕຸລາ 2021 ສໍານັກຂ່າວ Dailymail ລາຍງານຂ່າວດີຂອງຄຸ່ ສາມີ-ພັນລະນາ ອາຍຸສູງ ຢູ່ທີ່ອິນເດຍ ຫຼັງຈາກຜູ້ເປັນເມຍ ອາຍຸ 70 ປີ ໄດ້ໃຫ້ກໍາເນີດລູກຊາຍຄົນທໍາອິດ ນັບຕັ້ງແຕ່ແຕ່ງດອງຢູ່ກິນກັບຜູ້ເປັນຜົວມາດົນເຖິງ 45 ປີ ສົ່ງຜົນໃຫ້ຍິງຄົນດັ່ງກ່າວ ເປັນໜຶ່ງໃນແມ່ທີ່ມີອາຍຸຫຼາຍທີ່ສຸດໃນໂລກທີ່ໄດ້ໃຫ້ກໍາເນີດລູກຜູ້ທໍາອິດ.

ລາຍງານລະບຸວ່າ ນາງ ຊີວັນເພັນ ຣາບາຣີ ແລະ ທ້າວ ມາທາຣີ ອາຍຸ 75 ປີ ຜູ້ເປັນຜົວທີ່ອາໄສຢູ່ ໝູ່ບ້ານໂມຣາ ລັດຄຸດລາດ ທັງ 2 ຢາກມີລູກມາໂດຍຕະຫຼອດ ແຕ່ກໍບໍ່ສົມປາດຖະໜາ ຈົນຕັດສິນໃຈປຶກສາແພດເພື່ອເຮັດ IVF ຫຼື ການເຮັດເດັກຫຼອດແກ້ວ.

ແພດຜູ້ດູແລການເຮັດ IVF ໃຫ້ທັງສອງ ກ່າວວ່າ ກໍລະນີຂອງທັງສອງຄົນນີ້ເປັນໂອກາດທີ່ເກີດຂຶ້ນໄດ້ຍາກຫຼາຍ ແລະ ບອກວ່າທັງສອງບໍ່ສາມາດມີລູກໄດ້ຍ້ອນມີອາຍຸທີ່ຫຼາຍແລ້ວ ແຕ່ພວກເຂົາກໍຢືນຢັນ ແລະ ບອກວ່າສະມາຊິກໃນຄອບຄົວຫຼາຍຄົນກໍເຄີຍເຮັດເຊັ່ນດຽວກັນ. ນີ້ແມ່ນອີກໜຶ່ງກໍລະນີທີ່ຍາກທີ່ສຸດທີ່ແພດເຄີຍພົບມາ.

ໂອກາດທີ່ຜູ້ຍິງໃນ ອາຍຸ 70 ປີ ຈະຖືພາຕາມທໍາມະຊາດນັ້ນເກືອບຈະເປັນໄປບໍ່ໄດ້ເລີຍ ເນື່ອງຈາກວ່າສ່ວນໃຫຍ່ແມ່ນຜ່ານໄວປະຈໍາເດືອນລະຫວ່າງອາຍຸ 40-50 ປີ ແຕ່ສະມາຄົມການແພດຈະເລີນພັນຂອງອາເມລິກາ (ASRM) ລະບຸວ່າຜູ້ຍິງທຸກໄວ ສາມາດມີລູກໄດ້ດ້ວຍຄວາມຊ່ວຍເຫຼືອຈາກແພດສະເໝີ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...