spot_img
Homeຂ່າວຕ່າງປະເທດຍານຫຸ່ນຍົນ Perseverance ຂອງ NASA ລົງຈອດເທິງພື້ນຜິວດາວອັງຄານສຳເລັດແລ້ວ

ຍານຫຸ່ນຍົນ Perseverance ຂອງ NASA ລົງຈອດເທິງພື້ນຜິວດາວອັງຄານສຳເລັດແລ້ວ

Published on

ຍານຫຸ່ນຍົນສຳຫຼວດ Perseverance ຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ ຫຼື NASA ລົງຈອດເທິງພື້ນຜິວດາວອັງຄານຢ່າງປອດໄພ ຫຼັງເດີນທາງກວ່າ 470 ລ້ານກິໂລແມັດ ລວມລຍະເວລາກວ່າ 6 ເດືອນ ພ້ອມສົ່ງພາບຖ່າຍເທິງດາວອັງຄານຊຸດທຳອິດກັບມາທີ່ໂລກ.

ສຳລັບພາລະກິດຂອງຍານຫຸ່ນຍົນ Perseverance ຄືການຄົ້ນຫາສັນຍານຂອງສິ່ງທີ່ມີຊີວິດບູຮານໂດຍການບັນທຶກສຽງເທິງນັ້ນເປັນຄັ້ງທຳອິດຂອງມະນຸດອີກດ້ວຍ.

ຈຸດທີ່ຍານລົງຈອດນັ້ນເປັນປ່ອງເລິກໃກ້ເສັ້ນສູນສູດຂອງດາວເຄາະທີ່ຮຽກຊື່ວ່າ Jezero ເຊິ່ງຄາດວ່າເປັນອ່າງທະເລສາບບູຮານເມື່ອ 3.9 ພັນລ້ານປີກ່ອນ ໂດຍະມີການຄົ້ນຫາໄມໂຄຣຟອສຊິລເທິງຫີນ ແລະ ດິນຂອງດາວອັງຄານ ເຊິ່ງຍານຫຸ່ນຍົນໂຣເວີ Perseverance ຈະໃຊ້ເວລາ 2 ປີ ໃນການຂຸດເຂາະ ຈາກນັ້ນຈະນຳຕົວຢ່າງເດີນທາງກັບມາສູ່ໂລກພາຍໃນຕົ້ນທົດສະວັດ 2030.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...