spot_img
Homeຂ່າວພາຍ​ໃນຍາດຜູ້ສາວກັນ ກໍ່ເຫດແທງດັບ 1 ລາຍ ທີ່ບ້ານໂພເງິນ ເມືອງຫາດຊາຍຟອງ

ຍາດຜູ້ສາວກັນ ກໍ່ເຫດແທງດັບ 1 ລາຍ ທີ່ບ້ານໂພເງິນ ເມືອງຫາດຊາຍຟອງ

Published on

ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຄ່ຳຄືນວັນທີ 10 ສິງຫາ 2014 ຜ່ານມານີ້ ໄດ້ເກີດເຫດໄວໜຸ່ມໄລ່ຕີກັນ

ຢູ່ໜ້າຮ້ານເບຍທົ່ງໂພເງິນ, ບ້ານ ໂພເງິນ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເປັນເຫດໃຫ້ໄວໜຸ່ມໜຶ່ງ

ຄົນເສຍຊີວິດ ພາຍຫຼັງນຳສົ່ງໂຮງໝໍ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ກ່ອນເກີດເຫດໄດ້ມີກຸ່ມໄວໜຸ່ມ ຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ປະມານ 10 ກວ່າຄົນ ໄດ້ເຂົ້າໄປນັ່ງກິນເບຍ ຢູ່ຮ້ານເບຍດັ່ງກ່າວ ແລະ ໄດ້ມີການຜິດຖຽງກັບໄວໜຸ່ມອີກກຸ່ມໜຶ່ງ

ຢູ່ບ້ານ ໂພສີ ທີ່ມານັ່ງກິນເບຍນຳກັນ 3 ຄົນ, ຍ້ອນເລື່ອງຍາດຜູ້ສາວຂອງກັນ ຈາກນັ້ນ ໄວໜຸ່ມທັງສອງກຸ່ມກໍໄດ້

ທ້າທາຍກັນ ກ່ອນຈະອອກຈາກຮ້ານເບຍ ແລະ ເກີດມີການໄລ່ຕີກັນ, ຊຶ່ງກຸ່ມໄວໜຸ່ມທັງສອງຕ່າງກໍມີອາວຸດ, ມີດ

ແລະ ງ້າວ ກ່ອນທີ່ ທ້າວ ໂກໂກ້ ອາຍຸ 17 ປີ ຢູ່ບ້ານດອນດູ່ ຈະໃຊ້ມີດແທງທ້ອງ ທ້າວ ຕີເຫຼັກ ອາຍຸ 17 ປີ ຢູ່ບ້ານໂພສີ

ຊຶ່ງເຮັດໃຫ້ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດໃນຂະນະນຳສົ່ງໂຮງໝໍ.

 

ເຈົ້າໜ້າທີ່ຍັງໃຫ້ຮູ້ວ່າ: ພາຍຫຼັງເຫດການດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດ ບ້ານສາມາດຈັບຕົວ ທ້າວ ໂກໂກ້ ທີ່ເປັນຄົນ

ແທງ ທ້າວ ຕີເຫຼັກເສຍຊີວິດ ແລະ ໝູ່ ອີກ 3 ຄົນ ໄດ້ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_12.html

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...