spot_img
Homeຂ່າວພາຍ​ໃນຍັງພົບເຫັນອາຫານທະເລຕາມຕະຫຼາດຕ່າງໆ ກ່ອນກິນຕ້ອງຕົ້ມສຸກໃນອຸນຫະພູມ 70 ອົງສາຂຶ້ນໄປ

ຍັງພົບເຫັນອາຫານທະເລຕາມຕະຫຼາດຕ່າງໆ ກ່ອນກິນຕ້ອງຕົ້ມສຸກໃນອຸນຫະພູມ 70 ອົງສາຂຶ້ນໄປ

Published on

ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໄດ້ອອກແຈ້ງການເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ອາຫານທະເລຍັງກິນໄດ້ ແຕ່ໃຫ້ຄຳນຶງເຖິງຄວາມສະອາດ ແລະ ຄວາມປອດໄພ, ລ້າງມືໃຫ້ສະອາດທັງກ່ອນ ແລະ ຫຼັງ ການຈັບອາຫານທະເລ, ສິ່ງສຳຄັນການກິນຕ້ອງຕົ້ມໃຫ້ສຸກດີ ໃນອຸນຫະພູມ 70 ອົງສາຂຶ້ນໄປ ປະມານ 5 ນາທີ.

ພາຍຫຼັງທີ່ພົບພໍ່ຄ້າທີ່ຂາຍອາຫານທະເລສົດ ຢູ່ປະເທດເພື່ອນບ້ານຕິດເຊື້ອພະຍາດໂຄວິດ-19 ແລະ ໄດ້ມີການແຜ່ເຊື້ອພະຍາດດັ່ງກ່າວອອກສູ່ສັງຄົມໂດຍໄດ້ເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈໍານວນຫຼາຍນັ້ນ, ລັດຖະບານແຫ່ງ ສປປ ລາວ ໄດ້ສັ່ງໂຈະຊົ່ວຄາວ ເມື່ອບໍ່ດົນມານີ້ ກ່ຽວກັບການຫ້າມນໍາເຂົ້າອາ ຫານທະເລ ແລະ ແຊ່ແຂງທຸກປະເພດຈາກປະເທດເພື່ອນບ້ານ ໂດຍໄດ້ເນັ້ນໃຫ້ 6 ກະຊວງເອົາໃຈໃສ່ໃນການປ້ອງກັນການລັກລອບນຳເຂົ້າອາຫານປະເພດດັ່ງກ່າວ, ແຕ່ປັດຈຸບັນນີ້ ກໍຍັງມີອາຫານທະເລສົດ ແລະ ແຊ່ແຂງ ຈາກປະເທດທີ່ມີການແຜ່ເຊື້ອໂຄວິດ-19 ວາງຂາຍຢູ່ຕາມຕະຫຼາດຕ່າງໆໃນຂອບເຂດທົ່ວປະເທດ.

ເພື່ອປະຕິບັດຕາມການແຈ້ງການດັ່ງກ່າວ, ເຈົ້າໜ້າທີ່ສະເພາະກິດກະຊວງສາທາລະນະສຸກ, ເຈົ້າໜ້າທີ່ຫ້ອງການສາທາລະນະສຸກເມືອງໃນຂອບເຂດທົ່ວປະເທດ ໂດຍສົມທົບກັບເຈົ້າໜ້າທີ່ພະແນກການຄ້າ ນະຄອນຫຼວງ, ຫ້ອງການການຄ້າເມືອງ  ແລະ ເຈົ້າໜ້າທີ່ພາສີ ໄດ້ລົງເຄື່ອນໄຫວກວດກາປະເພດອາ ຫານທະເລສົດຢູ່ຕາມຕະຫຼາດຕ່າງໆ ໂດຍຍັງພົບເຫັນວ່າມີການວາງຂາຍເປັນຈໍານວນຫຼາຍທັງທີ່ມີການຫ້າມນໍາເຂົ້າ  ຊຶ່ງທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ຢຶດອາຫານດັ່ງກ່າວຈໍານວນໜຶ່ງຍ້ອນພົບທີ່ມາບໍ່ຈະແຈ້ງ ແລະ ເອົາມາກວດຫາເຊື້ອພະຍາດໂຄວິດ-19 ຊຶ່ງຜົນການກວດແມ່ນພົບແຕ່ມີການໃຊ້ສານກັນບູດ ເຊິ່ງສານດັ່ງກ່າວກໍ່ເປັນອັນຕະລາຍແກ່ຊີວິດ ແລະ ສຸຂະພາບຂອງຜູ້ບໍລິໂພກ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...