spot_img
Homeມູມໄອທີລາວຍັງບໍ່ໝົດ!! Honor 8 Max ຜ່ານການຮັບຮອງຈາກ TENAA ແລ້ວ

ຍັງບໍ່ໝົດ!! Honor 8 Max ຜ່ານການຮັບຮອງຈາກ TENAA ແລ້ວ

Published on

Huawei ກຳລັງມີແຜນທີ່ຈະເປີດໂຕສະມາດໂຟນເຮືອທຸງລຸ້ນໃໝ່ Honor 8 ໃນວັນທີ 11 ກໍລະກົດນີ້ ແລະຈະບໍ່ມີພຽງລຸ້ນດຽວທີ່ຈະເປີດໂຕເພາະມີຂໍ້ມູນໃໝ່ຜ່ານທາງເວັບໄຊ TENAA ວ່າມີເຄື່ອງລະຫັດ EDI-DL00 ຖືກຮັບຮອງແລ້ວ. ເຊິ່ງເລກລະຫັດດັ່ງກ່າວຈະເປັນລຸ້ນ Max ຂອງ Honor 8, ແຕ່ວ່າຕອນນີ້ຍັງບໍ່ມີການຢືນຢັນຢ່າງເປັນທາງການເທື່ອ ເຮົາມາເບິ່ງສະເປັກນຳກັນກ່ອນວ່າເປັນແນວໃດ

Honor 8 Max ແມ່ນມາພ້ອມກັບໜ້າຈໍຂະໜາດ 6.6 ນິ້ວ ພ້ອມກັບຄວາມລະອຽດ 2K, ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Kirin 950 ຄວາມແຮງຢູ່ທີ່ 2.3GHz, RAM 3GB, ROM 32GB, ໃຊ້ງານລະບົບ Android 6.0 Marshmallow ແລະແບັດເຕີຣີທີ່ໃຫ້ມາຫຼາຍເຖິງ 4400mAh ພ້ອມຮອງຮັບລະບົບສາກໄວນຳ.

ແຕ່ສິ່ງທີ່ໜ້າເສຍດາຍຂອງ Honor 8 Max ຄືຈະບໍ່ມາພ້ອມກັບກ້ອງຫຼັງເລນຄູ່ແບບ Honor 8 ທຳມະດາ, ເຊິ່ງຕິດຕັ້ງກ້ອງຫຼັງມາ 13 ລ້ານພິກເຊວ ແລະກ້ອງໜ້າ 8 ລ້ານພິກເຊວ. ສ່ວນຂະໜາດຂອງໂຕເຄື່ອງຢູ່ທີີ 178.8 x 90.9 x 7.18 ມມ ແລະໜັກປະມານ 219 ກຣາມ (ຄົງຈະໜັກເຕີບ 55+). ທາງດ້ານຫຼັງຂອງໂຕເຄື່ອງແມ່ນຈະຕິດຕັ້ງເຊັນເຊີສະແກນນິ້ວມືມາພ້ອມ ແຕ່ວ່າຂະໜາດໂຕເຄື່ອງຊ່ຳນີ້ຖ້າຫາກເປັນຄົນມືບໍ່ໃຫຍ່ ແລະນິ້ວບໍ່ຍາວແທ້ອາດຈະມີບັນຫາການປົດລ໋ອກເຄື່ອງກໍເປັນໄດ້.

ສຳລັບລາຍລະອຽດອື່ນໆນອກຈາກນີ້ຄົງຕ້ອງຖ້າທາງຫົວເຫວີ່ຍອອກມາຢືນຢັນກ່ອນ.

ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...