ຍັງບໍ່ສາມາດດັບໄດ້ ສຳລັບເຫດໄຟໄໝ້ໂຮງງານໜິງຕີ້ ແຂວງສະໝຸດປາການ ປະເທດໄທ

0
1234

ຕາມການລາຍງານຈາກສຳນັກຂ່າວໄທລັດ ໃຫ້ຮູ້ວ່າ ເວລາ 22:38 ຂອງວັນທີ 5 ກໍລະກົດ 2021 ສະຖານນະການໄຟໄໝ້ໂຮງງານໝິງຕີ້, ເຂດກິ່ງແກ້ວ, ແຂວງສະມຸດປາການ ລະເບີດໄຟໄໝ້ຕັ້ງແຕ່ ເວລາ 3:00 ເຊົ້າ ທີ່ຜ່ານມາ ກິນເວລາໄປແລ້ວ 19 ຊົ່ວໂມງ.

ຫຼ້າສຸດ, ເຈົ້າໜ້າທີ່ພົບຈຸດປິດຖັງເຄມີຂອງໂຮງງານແລ້ວ ເຊິ່ງໄຟຍັງລຸກຢູ່ ແຕ່ໜ້ອຍລົງແລ້ວ ຄາດວ່າຈະເປັນສັນຍານບວກ.

ເຊິ່ງເຫດດັ່ງກ່າວນີ້ ເກີດເມື່ອເວລາ 3:30 ຕອນເຊົ້າຂອງມື້ນີ້ (ວັນທີ 5 ກໍລະກົດ 2021) ທາງຕໍາຫຼວດໄທໄດ້ຮັບແຈ້ງວ່າ ມີເຫດໄຟໄໝ້ໂຮງງານອຸດສະຫະກໍາກ່ຽວກັບໂຟມ ແລະ ເຄມີ ຢູ່ພາຍໃນຮ່ອມ ກິ່ງແກ້ວ 21, ບ້ານ ບາງພີໃຫຍ່, ເມືອງບາງພີ, ແຂວງສະໝຸດປາການ.

ຫຼັງໄດ້ຮັບແຈ້ງເຫດ, ເຈົ້າໜ້າທີ່ຮັບຜິດຊອບກໍໄດ້ລົງໄປກວດສອບທີ່ເກີດເຫດ ເຊິ່ງເປັນໂຮງງານປະກອບກິດຈະການກ່ຽວກັບໂຟມ ແລະ ເຄມີຂະໜາດໃຫຍ່ ທີ່ມີຊື່ວ່າ ບໍລິສັດ ໝິງຕີ້ເຄມີຄໍ ຈໍາກັດ.

ໄຟໄດ້ລຸກໄໝ້ຢ່າງຮຸນແຮງພ້ອມກັບສຽງລະເບີດທີ່ດັງເປັນໄລຍະ, ແຮງອັດຈາກການລະເບີດ ເຮັດໃຫ້ບ້ານເຮືອນຂອງປະຊາຊົນທີ່ຢູ່ຫ່າງຈາກໂຮງງານດັ່ງກ່າວປະມານ 500 ແມັດ ແມ່ນໄດ້ຮັບຄວາມເສຍຫາຍເປັນຈໍານວນຫຼາຍ ແລະ ຍັງມີຜູ້ໄດ້ຮັບບາດເຈັບຫຼາຍລາຍອີກດ້ວຍ

ເຫດການຄັ້ງນີ້, ມີຄົນເສຍຊີວິດແລ້ວ 1 ຄົນ ເຊິ່ງເປັນນັກດັບເພີງ ແລະ ບາດເຈັບອີກ 4 ຄົນ.