spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ ຈາກແຜນດິນໄຫວ ຢູ່ອາຟະການິດສະຖານ ເພີ່ມເປັນ 1.000 ຄົນ

ຍອດຜູ້ເສຍຊີວິດ ຈາກແຜນດິນໄຫວ ຢູ່ອາຟະການິດສະຖານ ເພີ່ມເປັນ 1.000 ຄົນ

Published on

ຍອດຜູ້ເສຍຊີວິດ ຈາກແຜນດິນໄຫວ ຢູ່ອາຟະການິດສະຖານ ເພີ່ມຂຶ້ນເປັນ 1.000 ຄົນ

ສຳນັກ​ຂ່າວ ຣອຍ​ເຕີ ລາຍ​ງານກ່ຽວ​ກັບ ຕົວ​ເລກ ​ຜູ້​ເສຍ​ຊີວິດ​ ຈາກ​ເຫດ​ແຜນ​ດິນ​ໄຫວ ​ໃນ​ວັນ​ນີ້ ຂະໜາດ 6,1 ຣິກ​ເຕີ​ ເພີ່ມ​ຂຶ້ນ 950 ຄົນ ​ແລະ ບາດ​ເຈັບ​ ຫຼາຍ​ກວ່າ 600​ ຄົນ ​ແລະ ຄາດວ່າ​ຕົວ​ເລກ ​ອາດ​ຈະມີການເພີ່ມ​ຂຶ້ນ​ອີກ, ​ເນື່ອງ​ຈາກ ​ເປັນ​ເຂດ​ພູດ​ອຍ ຫ່າງ​ໄກ​ ສອກຫຼີກ ​ແລະ ຫຍຸ້ງຍາກ ​ໃຫ້ການ​ເຂົ້າ​ເຖິງ​ ສະຖານ​ທີ່​ ເກີດ​ເຫດ.ປັດຈຸບັນ ​ເຈົ້າໜ້າ​ທີ່ ​ກູ້​ໄພ ​​ແລະ ໜ່ວຍ​ງານ ​ທີ່​ກ່ຽວຂ້ອງ ​ເລັ່ງຄົ້ນຫາຜູ້​ເຄາະ​ຮ້າຍ​ ຍັງ​ຕິດຢູ່ຕາມ​ສາກ​ອາຄານ ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍຈາກ​ແຮງ​ ສັ່ນສະ​ເທືອ​ນ ຫ່າງ​ຈາກ ​ເມືອງ​ໂຄສ ​ໄປ​ທາງ​ ຕາ​ເວັນ​ຕົກ​ ສ່ຽງ​ໃຕ້ 46 ກິ​ໂລ​ແມັດ ​ເປັນ​ເມືອງ​ ທາງ​ຕາ​ເວັນ​ຕົກ​ ຂອງ​ອາ​ຟະ​ກາ​ນິດ​ສະຖານ ​ໃກ້​ຊາຍ​ແດນ ປາ​ກິດ​ສະຖານ ຖື​ວ່າ​ ຮຸນ​ແຮງ ໜັກ​ສຸດ​ ໃນ​ຮອບ20​ປີ ຜ່ານມາ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...