spot_img
Homeຂ່າວຕ່າງປະເທດຍອດຜູ້ຕິດເຊື້ອໂຄວິດ-19ໃນອາຊີ ຫຼາຍກວ່າ100 ລ້ານຄົນ

ຍອດຜູ້ຕິດເຊື້ອໂຄວິດ-19ໃນອາຊີ ຫຼາຍກວ່າ100 ລ້ານຄົນ

Published on

ວັນທີ 30 ມີນາທີ່ຜ່ານມາ ສຳນັກຂ່າວ ຣອຍ​ເຕີລາຍງານ: ຕົວ​ເລກ ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ​ໃນທະວີບ ​ອາຊີ ເພີ່ມ​ຂຶ້ນ​ ຫຼາຍ​ກວ່າ 100 ລ້ານ​ຄົນ ​ເນື່ອງຈາກ ໂອ​ໄມຄຣອນ ສາຍພັນ​ຍ່ອຍ ​BA.2 ແພ່​ລະບາດ ​ຢ່າງ​ວ່ອງ​ໄວ ແຕ່ບໍ່ມີ​ຄວາມ​ຮຸນ​ແຮງຫຼາຍ ​ເຮັດ​ໃຫ້​ຕົວ​ເລກ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນໃນ​ໄລຍະ​ນີ້ ​ໂດຍ​ສະ​ເພາະ ສ.​ເກົາຫລີ,ຈີນ ແລະ ຫວຽດນາມ.

ສຳລັບ ອາຊີ ມີ​ປະຊາກອນເຄິ່ງໜຶ່ງ​ຂອງ​ທົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ 21% ຂອງ​ຕົວ​ເລກ ​ລາຍ​ງານ ​ທົ່ວ​ໂລກ ​ໂດຍ​ມີ​ຜູ້​ຕິດ​ເຊື້ອ ລາຍ​ໃໝ່​ ບໍ່​ຕ່ຳ​ກວ່າ 1 ລ້ານ​ຄົນ​ ໃນ​ທຸກ 2 ວັນ​​ ຂໍ້​ມູນ​ຂອງ​ອົງການ​ ອະນາ​ໄມ​ໂລກ ລະບຸ​ວ່າ: ຜູ້​ຕິດ​ເຊື້ອ​ ປະມານ86% ຕິດ​ສາຍ​ພັນ​ນີ້ ສ່ວນ​ຍອດ​ ຜູ້​ເສຍ​ຊີວິດ ທີ່​ກ່ຽວຂ້ອງ​ກັບ ​ໂຄ​ວິດ-19 ​ໃນ​ອາຊີ ​ເກີນ1​ລ້ານ​ຄົນ ​ເມື່ອ​ຕົ້ນ​ເດືອນ​ມີນາ ມາ​ເປັນ 1.027.586ຄົນ.

ຂະນະ​ທີ່ ວັນ​ຊິນ ທີ່​ໃຊ້​ຢູ່ ​ໃນ​ປັດຈຸບັນ ມີ​ປະສິດທິພາບ ດ້ານ​ເຊື້ອ​ພະຍາດ ສາຍ​ພັນ​ຍ່ອຍBA.2 ​ໄດ້​ໜ້ອຍ​ລົງ ​ເມື່ອ​ທຽບ​ໃສ່​ກັບ​ ສາຍ​ພັນ​ອື່ນໆ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...