spot_img
Homeຂ່າວທ້ອງຖິ່ນຍອດການສົ່ງອອກເດືອນມິຖຸນາດີຂຶ້ນແຕ່ຍັງຂາດດຸນກວ່າ 82 ລ້ານ

ຍອດການສົ່ງອອກເດືອນມິຖຸນາດີຂຶ້ນແຕ່ຍັງຂາດດຸນກວ່າ 82 ລ້ານ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນມິຖຸນາ 2020 ບັນລຸໄດ້ປະມານ 757 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 337 ລ້ານໂດລາ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 82 ລ້ານໂດລາ. ເຊິ່ງມູນຄ່າການນໍາເຂົ້າ ແລະ ສົ່ງອອກປະຈໍາເດືອນມິຖຸນາ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ອີງຕາມຂໍ້ມູນຈາກສູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫຼັກສະເລ່ຍທັງໝົດແມ່ນເປັນເງິນ ປະມານ 337 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 45 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງມີມູນຄ່າ ປະມານ 24 ລ້ານໂດລາ, ໝາກກ້ວຍ ມູນຄ່າປະມານ 17 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ມູນຄ່າປະມານ 20 ລ້ານໂດລາ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 9 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ມີມູນຄ່າປະມານ 16 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ມີມູນຄ່າປະມານ 28 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 16 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມີມູນຄ່າປະມານ 11 ລ້ານໂດລາ ແລະ ກາເຟ ມີມູນຄ່າປະມານ 9 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກສະເລ່ຍທັງໝົດແມ່ນເປັນເງິນປະມານ 419 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 13 ລ້ານໂດລາ, ນ້ຳມັນກາຊວນ ມີມູນຄ່າປະມານ 26 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 47 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 31 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ມີມູນຄ່າປະມານ 26 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 9 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ມີມູນຄ່າປະມານ 10 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກມີມູນຄ່າປະມານ 15 ລ້ານໂດລາ, ຝຸ່ນ ( ປຸ໋ຍ ) ມີມູນຄ່າປະມານ 10 ລ້ານໂດລາ.

ປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ: ຈີນ 107 ລ້ານໂດລາ, ຫວຽດນາມ 103 ລ້ານໂດລາ, ໄທ 65 ລ້ານໂດລາ, ອິນເດຍ 13 ລ້ານໂດລາ ແລະ ຍີ່ປຸ່ນ 7 ລ້ານໂດລາ.

ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ: ໄທ 242 ລ້ານໂດລາ, ຈີນ 92 ລ້ານໂດລາ, ຫວຽດນາມ 50 ລ້ານໂດລາ, ຍີ່ປຸ່ນ 9 ລ້ານໂດລາ ແລະ ສ.ອາເມຣິກາ 4 ລ້ານໂດລາ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...