spot_img
Home​ຂ່າວບັນເທິງຊຸດປະຈຳຊາດລາວ ທີ່ໃຊ້ໃນການປະກວດ Miss International Queen 2018

ຊຸດປະຈຳຊາດລາວ ທີ່ໃຊ້ໃນການປະກວດ Miss International Queen 2018

Published on

ເປີດໂຕແລ້ວກັບຊຸດປະຈຳຊາດລາວ ທີ່ໃຊ້ໃນການປະກວດ Miss International Queen 2018 ເຊິ່ງປີນີ້ມາໃນຕຣີມສີຂຽວ ມໍລະກົດ ທີມງານອອກແບບ ແລະ ຜະລິດຊຸດຢ່າງ ຄຳພີ ອະລັງການ ແລະ ຫ້ອງເສື້ອ ມີ່ມີ່ ເມັກອັບ ທີ່ໄດ້ທຸ້ມເທ ແລະ ເອົາໃຈໃສ່ໃນການເລືອກຊຸດ ເພື່ອໃຫ້ ເຈນລີ້ ສີນະຄອນ ໝາຍເລກ 13 ຕົວແທນສາວປະເພດສອງຂອງປະເທດລາວສວມໃສ່ໃນການປະກວດ Miss International Queen 2018 ໃນຮອບຊຸດປະຈຳຊາດ ບອກໄດ້ຄຳດຽວເລີຍວ່າ ງົດງາມເລີຄ່າທັງຊຸດ ງາມທັງຄົນນຸ່ງ ເຊີ່ງການປະກວດຈະຈັດຂື້ນໃນວັນທີ 9 ມີນາ 2018 ທີ່ ໂຮງລະຄອນ Tiffany’s show ພັດທະຍາ ແລະ ທ່ານສາມາດຕິດຕາມການຖ່າຍທອດສົດທີ່ຊ່ອງ GMM25 ທ່ານສາມາດສົ່ງກຳລັງໃຈໄປເຊຍ ເຈນລີ້ ສີນະຄອນ ດ້ວຍການເຂົ້າໄປກົດໄລນ໌ ກົດແຊຣ໌ຮູບຂອງ ເຈນລີ້ ໄດ້ທີ່ເພສ Miss International Queen Pageant

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...