spot_img
Homeຂ່າວຕ່າງປະເທດຊື່ນຊົມ ອາໝວຍນ້ອຍຊ່ວຍແມ່ຕູ້ກວາດຂີ້ເຫຍື້ອ

ຊື່ນຊົມ ອາໝວຍນ້ອຍຊ່ວຍແມ່ຕູ້ກວາດຂີ້ເຫຍື້ອ

Published on

186382

ຈົ່ງ ກົ໋ວ​ຊິງ​ໜຽນ ​ ສື່​ຈີນ​ແພ່​ພາບ ສາວນ້ອຍອາຍຸ 5 ປີ​ໃນ​ຫູ​​ໜານ ອອກ​ມາ​ຊ່ວຍ​ແມ່ຕູ້​ອາຍຸ 64 ປີ ເຮັດວຽກ​ເກັບ​ຂີ້ເຫຍື້ອ​​ທຸກ​ເຊົ້າ​ວັນພັກຂອງທ້າຍອາທິດ​ຊຶ່ງສາວນ້ອຍ​ບໍ່​ຕ້ອງ​ໄປ ໂຮງຮຽນ​ອະ​ນຸບານ

ສື່​ຈີນ​ເຜີຍແຜ່​ພາບ​ຂອງ​ສາວນ້ອຍ “ເຊີຍ ເໝີ່ຍ​ຫລິງ” ອາຍຸ 5 ປີ​ ທີ່​ອອກ​ມາ​ຊ່ວຍ​ແມ່ຕູ້ “ເຫວີນ ອິງ​ຫລຽນ” ອາ​ຊີ​ພະ​ນັກ​ງານ​ຮັກສາ​ຄວາມ​ສະ​ອາດ​ຂອງ​ຫມູ່ບ້ານ​ຫລີ​ຈື່​ຫຍ​ວນ ໃນ​ເມືອງ​ເສົ້າ​​ຫຍາງ ມົນ​ທົນ​ຫູ​​ໜານ ເຮັດວຽກ​ຕັ້ງ​ແຕ່​ເຊົ້າໆ
ເນື່ອງ​ຈາກ​ພໍ່​ແມ່​ຂອງ​ສາວນ້ອຍ ​ຕ້ອງ​ຈາກ​ເຮືອນ​ໄປ​ເຮັດວຽກ​ໃນ​ໂຮງ​ງານ​ຕຳແຜ່ນ​ໄກ​ເຖິງ​ເມືອງ​ກວາງ​ເຈົາ (ກ່ວງ​ໂຈ) ມົນ​ທົນ​ກວາງ​ຕຸ້ງ ດົນ​ໆ ຈຶ່ງ​ມີ​ໂອ​ກາດ​ກັບ​ມາ​ ເຮັດໃຫ້​ແມ່ຕູ້​ຕ້ອງ​ກາຍ​ເປັນ​ຜູ້​ເບິ່ງແຍງ​​ສາວນ້ອຍ 5 ປີ​ຊຶ່ງ​ປະຈຸບັນ​ຮຽນ​ຢູ່ໃນ​ຊັ້ນ​ອະ​ນຸ​ບານ ໃນທຸກ​ເຊົ້າ​ຂອງ​ວັນພັກທ້າຍ​ອາທິດ ເມື່ອ​ແມ່ຕູ້​ຕ້ອງ​ອອກ​ໄປ​ເຮັດວຽກ​ທຳ​ຄວາມ​ສະ​ອາດ ເກັບ​ຂີ້ເຫຍື້ອ ກວາດ​ຫມູ່ບ້ານ ສາວນ້ອຍ​ຈຶ່ງ​ຮຽນ​ຮູ້ ​ແລະ​ ກາຍ​ເປັນ​ຜູ້ຊ່ວຍ​ພາຍ​ໃນ​ເວລາ​ອັນ​ວ່ອງໄວ ໂດຍຈະ​ສັງເກດ​ໄດ້​ວ່າ​ສາວນ້ອຍເຮັດວຽກ​ໄດ້​ຄ່ອງແຄ້ວ ເຖິງວ່ານາງ​ຈະໂຕນ້ອຍ

186383

186386

18638241

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...