spot_img
Homeຂ່າວທ້ອງຖິ່ນຊີ້ແຈງບັນຫາສານເຄມີຮົ່ວໄຫຼຢູ່ ອຸດົມໄຊ

ຊີ້ແຈງບັນຫາສານເຄມີຮົ່ວໄຫຼຢູ່ ອຸດົມໄຊ

Published on

ລະຫວ່າງວັນທີ 15 -16 ສິງຫາ 2016 ນີ້ໄດ້ມີຝົນຕົກໜັກຢູ່ທີ່ແຂວງອຸດົມໄຊ ໂດຍສະເພາະແມ່ນເຂດຊາຍແດນລະຫວ່າງ ເມືອງໄຊ ຫາເມືອງແບງ ຈິ່ງເຮັດໃຫ້ສາຍນ້ຳແບງ ມີປະລິມານນ້ຳ ເພີ່ມຂຶ້ນຢ່າງໄວວາ ແລະໄຫຼແຮງ ເຮັດໃຫ້ເກີດນ້ຳຖ້ວມໜັກສົ່ງຜົນກະທົບ ໃຫ້ແກ່ພໍ່ແມ່ປະຊາຊົນໂດຍສະເພາະ ແມ່ນເມືອງແບງ ກັບເມືອງຮຸນ ເປັນຕົ້ນ ແມ່ນຖະໜົນຫົນທາງຖືກເຊາະເຈື່ອນ, ເປເພ, ເສົາໄຟຟ້າຫັກລົ້ມ, ຂົງເຂດທຳການຜະລິດກະສິກຳ ຂອງປະຊາຊົນຢູ່ຕາມລ້ອງແມ່ນ້ຳແບງ ໄດ້ຮັບຄວາມເສຍຫາຍເປັນບໍລິເວນກວ້າງ ລວມທັງສາງວັດສະດຸພັນ ຂອງໂຄງການປູກກ້ວຍຫອມຂອງຈີນ ກໍຖືກນ້ຳຊຸໄຫຼໄປກັບນ້ຳບາງສ່ວນກໍຈົມຢູ່ພື້ນຕົມ ເປັນສາເຫດເຮັດໃຫ້ປະຊາຊົນທີ່ຮູ້ເທົ່າບໍ່ເຖິງການຕື່ນຕົກໃຈ ແລະເຜີຍແຜ່ ຂໍ້ມູນຂ່າວສານດັ່ງກ່າວ ທາງໂລກອອນລາຍວ່າມີສານເຄມີ ຂອງໂຄງການປູກກ້ວຍຫອມຂອງຈີນ ຮົ່ວໄຫຼ ແລະເຈືອປົນຢູ່ກັບນ້ຳເປັນຈຳນວນຫຼວງຫຼາຍ ແລະມັນອາດຈະສົ່ງຜົນສະທ້ອນຕໍ່ກັບຄົນ, ສັດ, ສິ່ງແວດລ້ອມ.

ຕໍ່ກັບບັນຫາດັ່ງກ່າວ ທາງພາກສ່ວນທີ່ກ່ຽວຂ້ອງກໍຄືພະແນກຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມແຂວງ, ພະແນກກະສິກຳ ແລະປ່າໄມ້ແຂວງ ກໍໄດ້ອອກມາຊີ້ແຈງໃຫ້ມວນຊົນຮັບຮູ້ ແລະເຂົ້າໃຈລະອຽດ ຊຶ່ງຜ່ານການລົງກວດກາ ແລະສຳຫຼວດຕົວຈິງ ຂອງສອງພະແນກການ ແລ້ວຜົນປາກົດວ່າ ສິ່ງທີ່ມວນຊົນເຂົ້າໃຈວ່າມີສານເຄມີຮົ່ວໄຫຼໄປກັບນ້ຳ ແລະອາດຈະສົ່ງຜົນສະທ້ອນ ຕໍ່ກັບຄົນ, ສັດ ແລະສິ່ງແວດລ້ອມນັ້ນມັນ ບໍ່ແມ່ນຄວາມຈິງຕາມທີ່ເປັນຂ່າວ ມັນເປັນພຽງແຕ່ຢາບຳລຸງພືດ ໂດຍສະເພາະ ແມ່ນບຳລຸງດອກ, ໝາກ ແລະຢາຂ້າເຊື້ອລາທີ່ມັກເກີດກັບໝາກກ້ວຍເທົ່ານັ້ນ ທັງເປັນຢາທີ່ລັດຖະບານເຮົາອະນຸມັດໃນການນຳເຂົ້າ ເພື່ອນຳໃຊ້ເຂົ້າໃນການ ຜະລິດກະສິກຳອີກຢ່າງໜຶ່ງ ກໍຄືຢາບໍາລຸງດັ່ງກ່າວທີ່ຖືກນ້ຳຖ້ວມ ແລະໄຫຼໄປກັບນ້ຳນັ້ນຍັງຢູ່ໃນສະພາບປົກກະຕິ ໂດຍບໍ່ໄດ້ຮົ່ວໄຫຼອອກຈາກພາຊະນະ ທີ່ບັນຈຸໄວ້ ສິ່ງທີ່ສຳຄັນໄປກວ່ານັ້ນເຖິງ ແມ່ນວ່າຢາບຳລຸງນັ້ນຈະຮົ່ວໄຫຼປົນກັບນ້ຳກໍຕາມມັນບໍ່ສາມາດສົ່ງຜົນສະທ້ອນໃດໆຕໍ່ກັບຄົນ, ສັດ, ຊີວະນາໆພັນ ແລະ ສິ່ງແວດລ້ອມ.

ດັ່ງນັ້ນ, ທາງພາກສ່ວນທີ່ກ່ຽວຂ້ອງກໍຄືການນຳຂອງແຂວງ ຈຶ່ງຮຽກຮ້ອງ ໃຫ້ປະຊາຊົນຢ່າຕື່ນຕົກໃຈ ແລະດຳລົງຊີ ວິດຢ່າງເປັນປົກກະຕິ. ສ່ວນການຊ່ວຍເຫຼືອ ແລະແກ້ໄຂໃນເບື້ອງຕົ້ນ ໂດຍສະເພາະແມ່ນວຽກງານ ກະສິກໍາ ກໍໄດ້ປຸກລະດົມປະຊາຊົນເກັບກູ້ຜົນຜະລິດອັນທີ່ບໍ່ເສຍຫາຍຫຼາຍ ແລະຍັງໃຊ້ໄດ້ເປັນຕົ້ນແມ່ນສາລີເພື່ອຫຼຸດຜ່ອນຄວາມເສຍຫາຍ ລວມທັງບຳລຸງສ້ອມແຊມຕົ້ນເຂົ້າ ທີ່ລົ້ມໃຫ້ກັບຄືນສະພາບເດີມ ແລະນຳເອົາແນວພັນພືດມອບໃຫ້ກັບປະຊາຊົນເພື່ອປູກທົດແທນຜົນຜະລິດ ທີ່ຖືກນ້ຳຖ້ວມ.

ທີ່ມາ: ເສດຖະກິດ-ສັງຄົມ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...