spot_img
Homeນານາສາລະສີດນ້ຳຫອມແບບໃດໃຫ້ຕິດທົນ

ສີດນ້ຳຫອມແບບໃດໃຫ້ຕິດທົນ

Published on

  1. ສີດນ້ຳຫອມໃຫ້ຖືກຈຸດ

ຈຸດທີ່ເຫຼາະສົມໃນການຊີດມີຄື: ຂໍ້ມື, ງ່ອນ, ຄໍ, ຂໍ້ພັບຂາ ເນື່ອງຈາກຈຸດເຫຼົ່ານີ້ຈະອຸ່ນຂຶ້ນເມື່ອສຳພັດກັບນ້ຳຫອມ ແລະ ເຮັດໜ້າທີ່ໃນການກະຈາຍກິ່ນນ້ຳຫອມໄດ້ຕະຫຼອດມື້ ນອກນີ້ ຊີດຈຸດນີ້ພຽງໜ້ອຍດຽວກໍຕິດທົນຫຼາຍກວ່າການຊີດແບບປົກກະຕິ.

2. ສີດທັນທີຫຼັງອາບນ້ຳ

ການສີດນ້ຳຫອມຫຼັງຈາກອາບນ້ຳເປັນຊ່ວງເວລາທີ່ດີທີ່ສຸດ ຄືກັນກັບການທາໂລຊັ່ນພາຍຫຼັງອາບນ້ຳແລ້ວ ເພາະຫຼັງອາບນ້ຳແລ້ວຜິວຈະຊຸ່ມຊື່ນເຮັດໃຫ້ນ້ຳຫອມຕິດທົນໄດ້ດົນຂຶ້ນ.

3. ຄວນມ້ຽນນ້ຳຫອມໄວ້ໃຫ້ຖືກບ່ອນ

ຄວນມ້ຽນນ້ຳຫອມໄວ້ບ່ອນເຢັນ ແຫ້ງ ແລະ ແສງໜ້ອຍ ເນື່ອງຈາກຄວາມຮ້ອນ ຄວາມຊື້ນ ແລະ ບ່ອນທີ່ມີແສງຫຼາຍເຮັດໃຫ້ນ້ຳຫອມເຊື່ອມຄຸນະພາບໄວຂຶ້ນ ແລະ ຫ້າມເອົານ້ຳຫອມໄວ້ໃນຫ້ອງນ້ຳເຊັ່ນກັນ.

4. ສີດເພີ່ມລະຫວ່າງມື້

ຖ້າໃຊ້ນ້ຳຫອມທີ່ມີກິ່ນອ່ອນໆ ການມີນ້ຳຫອມຕິດໂຕໄວ້ຊີດລະຫວ່າງມື້ກໍຈະຊ່ວຍໃຫ້ທ່ານຫອມໝົດມື້ເລີຍ.

5. ຮູ້ຈັກສ່ວນປະສົມຂອງນ້ຳຫອງ

ສ່ວນປະກອບຂອງນ້ຳຫອມທີ່ແຕກຕ່າງກັນເຊັ່ນ  Eau de Toilette (EDT) ແລະ Eau de Parfum (EDP) ຈະມີລະດັບ perfume oil ທີ່ແຕກຕ່າງກັນ ໂດຍ EDT ຈະມີນ້ຳໜັກເບົາກວ່າ ແລະ ປະກອບດ້ວຍ perfume oil ພຽງ 5-15% ໃນຂະນະທີ່ EDP ມີສ່ວນປະສົມຂອງ perfume oil 15-20%, ຖ້ານ້ຳຫອມທີ່ມີ perfume oil ຫຼາຍກໍຈະເຮັດໃຫ້ນ້ຳຫອມຕິດທົນຫຼາຍກວ່າ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...