spot_img
Homeມູມໄອທີລາວ“ຊຳຊຸງ”ສະຫລຸບບັນຫາທີ່ເຮັດໃຫ້ໂນ໊ດ 7 ລະເບີດ

“ຊຳຊຸງ”ສະຫລຸບບັນຫາທີ່ເຮັດໃຫ້ໂນ໊ດ 7 ລະເບີດ

Published on

ຊຳຊຸງ ສະຫລຸບຜົນການກວດສອບສາເຫດກາແລັກຊີ່ໂນ໊ດ 7 ລະເບີດວ່າເປັນເພາະໂຕແບັດເຕີລີ ບໍ່ແມ່ນການອອກແບບ ຫລື ຊອ໋ບແວຂອງສະມາດໂຟນ

ຊຳຊຸງ ອີເລັກໂທຣນິກ ຜູ້ຜະລິດສະມາດໂຟນລາຍໃຫຍ່ທີ່ສຸດຂອງໂລກອອກຖະແຫລງການລະບຸວ່າ: ຈາກຜົນການກວດສອບພາຍໃນຂອງທັງບໍລິສັດ ແລະ ຈາກອົງກອນອິດສະຫລະ 3 ແຫ່ງ ໃນພາກອຸດສາຫະກຳບົ່ງຊີ້ວ່າ: ແບັດເຕີລີ ເປັນຕົ້ນເຫດຂອງບັນຫາໃນສະມາດໂຟນກາແລັກຊີໂນ໊ດ 7 ລະເບີດ ແລະ ຂໍຮັບຜິດຊອບຕໍ່ຄວາມຫລົ້ມເຫລວໃນການລະບຸ  ແລະ ກວດສອບບັນຫາທີ່ອາດເກີດຂື້ນຈາກການອອກແບບຂອງແບັດເຕີລີ ແລະ ຂະບວນການຜະລິດແບັດເຕີລີ ກ່ອນການວາງຈຳຫນ່າຍໂນ໊ດ7

ໂກ ດອງ-ຈິນ ປະທານທຸລະກິດໂທລະຄົມມະນາຄົມຂອງຊໍາຊຸງກ່າວຂໍອາໄພຍ່າງຈິງໃຈສຳລັບຄວາມວິຕົກກັງວົນ ແລະ ຄວາມບໍ່ສະດວກສະບາຍທີ່ເກີດຂື້ນກັບລູກຄ້າ

ການກວດສອບດຳເນີນການໂດຍທີມນັກວິໄຈ ແລະ ວິສະວະກອນຂອງຊຳຊຸງຫລາຍກວ່າ 700ຄົນ ຈຳລອງສະຖານະການຂື້ນເພື່ອທົດລອງອຸປະກອນລຸ້ນນີ້ໃນສະພາບທີ່ປະກອບສຳເລັດແລ້ວກວ່າ 200,000ເຄື່ອງ ແລະ ແບັດເຕີລີອີກ ຫລາຍກວ່າ 30,000 ກ້ອນ ນອກຈາກນີ້ຊຳຊຸງຍັງຂໍໃຫ້ອົງກອນອິດສະຫລະທັງ 3 ແຫ່ງດຳເນີນການວິເຄາະຫາສາເຫດຍ່າງເປັນກາງ ແລະ ກົງໄປກົງມາ ແລະ ໄດ້ຂໍ້ສະຫລຸບຮ່ວມກັນວ່າ: ສາເຫດມາຈາກການອອກແບບແບັດເຕີລີ ແລະ ການຜະລິດແບັດເຕີລີ

ນອກຈາກນີ້ ຊຳຊຸງເຜີຍມາດຕະການປ້ອງກັນເພື່ອບໍ່ໃຫ້ເກີດບັນຫາຊ້ຳອີກ ໂດຍຈະມີມາດຕະຫານຫວດສອບຄວາມປອດໄພຫລາຍຊັ້ນຫລາຍຕອນ ການວາງແຜນການຜະລິດ ແລະ ການໃຊ້ຂະບວນການກວດສອບຄວາມປອດໄພ ຂອງແບັດເຕີລີທັງ 8 ຈຸດ

ຊຳຊຸງຕ້ອງເອິ້ນຄືນກາແລັກຊີໂນ໊ດ7 ເຖິງ 2.5ລ້ານເຄື່ອງເມື່ອເດືອນກັນຍາປີທີ່ຜ່ານມາ ຫລັງມີເຫດແບັດເຕີລີຮ້ອນຈັດແລ້ວລຸກໄຫມ້ ຫລື ລະເບີດ ເຊິ່ງເບື້ອງຕົ້ນເຊື່ອວ່າສາເຫດເກີດຈາກແບັດເຕີລີ ແຕ່ເມື່ອປ່ຽນແບັດເຕີລີ ຈາກລູກຄ້າອີກຄົນ ກໍ່ຍັງເກີດບັນຫາອີກ ເລີຍຕ້ອງເຮັດໃຫ້ຕ້ອງຍຸດຕິຜະລິດກາແລັກຊີໂນ໊ດ7ເປັນການຖາວອນໃນເດືອນຕຸລາຂອງປີທີ່ຜ່ານມາ ການເອິ້ນຄືນໂນ໊ດ7 ສ້າງຄວາມເສຍຫາຍເກືອບ 5,300ລ້ານໂດລາສະຫະລັດ ແລະ ທຳລາຍພາບລັກຂອງບໍລິສັດຍ່າງຫລາຍ ແລະ ຊຳຊຸງຈະເຜີຍຜົນປະກອບການໄຕມາດ 4 ແລະ ຕະຫລອດທັງປີໃນມື້ວັນອັງຄານທີ່ຈະມາຮອດນີ້ (ມື້ອື່ນ) ຂະນະທີ່ຫຸ້ນຂອງບໍລິສັດປັບໂຕຂື້ນເລັກຫນ້ອຍໃນຕອນເຊົ້າຂອງມື້ນີ້ຫລັງການຖະແຫລງຂ່າວ

 

ຂ່າວຈາກ: komchadluek, http://www.news.com.la/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...