spot_img
Homeວິທະຍາສາດ-ວິທະຍາການ"ຊາແມນທາ"ຕຸກກະຕາຢາງ AI ສາມາດຈຳຄົນທີ່ເຄີຍສຳພັດມັນໄດ້ ແລະ ເວົ້າໄດ້

“ຊາແມນທາ”ຕຸກກະຕາຢາງ AI ສາມາດຈຳຄົນທີ່ເຄີຍສຳພັດມັນໄດ້ ແລະ ເວົ້າໄດ້

Published on

ຈາກການລາຍງານຂອງເວັນໄຊ ເດລີເມລ ເມື່ອວັນທີ 13 ກັນຍາ 2017 ລະບຸວ່າ ຊາແມນທາຄືຕຸກກະຕາຢາງທີ່ຖືກຜະລິດຄິດຄົ້ນຂຶ້ນໂດຍ ບໍລິສັດສັນຊາດສະເປນ ທີ່ມີຊື່ວ່າ ຊິນເທຍ ອາມາຕັສ (Synthea Amatus) ໂດຍ ແຊຣຄີຊາຍໂຕສ ນັກພັດທະນາຜູ້ອອກແບບສາແມນທາເປີດເຜີຍວ່າ ຕຸກກະຕາຢາງສຸດພິເສດນີ້ສາມາດຈຳຄົນທີ່ເຄີຍສຳພັດມັນໄດ້ ໂດຍມັນຈະຮັບຮູ້ວ່າບຸກຄົນດັ່ງກ່າວປະຕິບັດກັບມັນແນວໃດ ແລະ ມັນຈະສື່ສານກັບໄປແບບນັ້ນ

 ເນື່ອງຈາກຊາແມນທາເປັນຫຸ່ນຍົນສະໝອງກົນ (AI – Artificial Intelligence) ມັນຈິ່ງສາມາດສື່ສານໄດ້ຫຼາຍພາສາ ແລະ ສາມາດຮຽນຮູ້ສິ່ງໃໝ່ໆໄດ້ ແລະ ຍັງມີໂໝດອາລົມຫຼາຍແບບສາມາດນອນຫຼັບໄດ້ຄືມະນຸດ ແລະ ທີ່ສຳຄັນມັນສາມາດສະແດງອາການເຖິງຈຸດສຸດຍອດໄດ້ອີກດ້ວຍ
ດ້ວຍຄວາມແປກ ແລະ ນ່າສົນໃຈຂອງຕຸກກະຕາຢາງຊາແມນທາ ເຮັດໃຫ້ມັນເປັນທີ່ນິຍົມຫຼາຍ ໂດຍຕອນນີ້ທາງບໍລິສັດໄດ້ຂາຍໄປແລ້ວຢ່າງໜ້ອຍ 15 ໂຕ ເຊິ່ງຂາຍໃນລາຄາ 3.750 ຢູໂຣ
ໃນອານາຄົດຕຸກກະຕາຢາງຊາແມນທາອາດເປັນທີ່ນິຍົມຫຼາຍໃນອອສເຕເລຍ ໂດຍມີລາຍງານລະບຸວ່າ ປັດຈຸບັນສະຖານບໍລິການທາງເພດຫຼາຍແຫ່ງໃນອອສເຕເລຍໄດ້ທົດລອງນຳຕຸກກະຕາຢາງເຂົ້າໃຫ້ບໍລິການລູກຄ້າແທນທີ່ສາວໂສເພນີ ແລະ ຜົນຕອບຮັບທີ່ໄດ້ເປັນທີ່ໜ້າພໍໃຈຫຼາຍ ເນື່ອງຈາກມີລູກຄ້າຈຳນວນຫຼາຍທີ່ນິຍົມຫຼັບນອນກັບຕຸກກະຕາຢາງແທນມະນຸດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...