spot_img
Homeຂ່າວຕ່າງປະເທດຊາວ​ໄທແຊ​ຣ໌​ກະ​ຈາຍ! ​ພະ​ພຸດ​ທະ​ຮູບ​ມີ​ເຄົາ​ຢູ່​ແຂວງ​ບຶງ​ການ ເກີດ​ຈາກ​ເຜິ້ງ​ມາ​ເຮັດ​ຮັງ​ໃສ່!

ຊາວ​ໄທແຊ​ຣ໌​ກະ​ຈາຍ! ​ພະ​ພຸດ​ທະ​ຮູບ​ມີ​ເຄົາ​ຢູ່​ແຂວງ​ບຶງ​ການ ເກີດ​ຈາກ​ເຜິ້ງ​ມາ​ເຮັດ​ຮັງ​ໃສ່!

Published on

11148644_1589231588022213_2932295257666586641_n

ສັງ​ຄົມ​ອອນລາຍ​ຂອງ​ໄທ ແຊ​ຣ໌​ກະ​ຈາຍ​ຮູບ​ພະ​ພຸດ​ທະ​ຮູບ​ມີ​ເຄົາ ເຊິ່ງ​ເກີດ​ຈາກ​ເຜິ້ງ​ມາ​ເຮັດ​ຮັງ​ໃສ່​ບໍ​ວິ​ເວນ​ກ້ອງ​ຄາງ​ພະ​ພຸດ​ທະ​ຮູບ ທີ່​ປະ​ດິດ​ສະ​ຖານ​ຢູ່​ແຂວງ​ບຶງ​ການ ປະ​ເທດ​ໄທ.

ສຳ​ນັກ​ຂ່າວ​ອອນ​ລາຍ​ຂອງ​ໄທ​ ໄດ້​ເຜຍ​ແຜ່​ຮູບ​ພາບ​ພະ​ພຸດ​ທະ​ຮູບ​ມີ​ເຄົາ ເຊິ່ງ​ໄດ້​​ມາ​ຈາກການ​ນຳ​ເຜີຍ​ແຜ່​ຜ່ານທາງ​ເຟ​ສ​ບຸກ ​ໂດຍ​ພະ​ພຸດ​ທະ​ຮູບ​​ອົງດັ່ງ​ກ່າວ ປະ​ດິດ​ສະ​ຖານ​ຢູ່​ວັດ​ປ່າ​ນາ​ດົງ ເມືອງ​ປາກ​ຄາດ ແຂວງ​ບຶງ​ການ ປະ​ເທດ​ໄທ ເຊິ່ງ​ມີ​ຝູງ​ເຜິ້ງ​ມາ​ເຮັດ​ຮັງ​ໃສ່​ບໍ​ລິ​ເວນ​ກ້ອງ​ຄາງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ອີກ​ທັງ​ຍັງ​ມີ​ລັກ​ສະ​ນະ​ໂຄ້ງ​ເປັນ​ຮູບ​ໂຕ​ອັກ​ສອນ U ເຮັດ​ໃຫ້​ເມື່ອ​ເບິ່ງ​ແລ້ວ ຄ້າຍ​ຄື​ກັບ​ພະ​ພຸດ​ທະ​ຮູບ​ມີ​ເຄົາ ເຊິ່ງ​ຊາວ​ອອນ​ລາຍ​ຂອງ​ໄທ​ໄດ້​ພາ​ກັນ​ແຊ​ຣ໌​ຕໍ່​ຢ່າງ​ຫລວງ​ຫລາຍ ພ້ອມ​ທັງ​ຂໍ​ພອນ​ຜ່ານ​ພາບ​ດັ່ງ​ກ່າວ​ນີ້ຢ່າງ​ລົ້ນ​ຫລາມ ກາຍ​ເປັນ​ຮູບ​ພາບ​ທີ່​ໂດ່ງ​ດັງ​ທົ່ວ​ໂລກ​ອອນ​ລາຍ​ຂອງ​ໄທ​ໃນ​ເວ​ລາ​ນີ້.

11025629_1589231538022218_2454752968165841331_n (1)

11224884_1589231554688883_8043676111704751605_n

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...