spot_img
Homeຂ່າວພາຍ​ໃນຊາວສວນຢາງພາລາແຂວງບໍ່ແກ້ວ ຫັນໄປປູກພືດອື່ນທົດແທນ ຍ້ອນລາຄາຕົກຕ່ຳ!

ຊາວສວນຢາງພາລາແຂວງບໍ່ແກ້ວ ຫັນໄປປູກພືດອື່ນທົດແທນ ຍ້ອນລາຄາຕົກຕ່ຳ!

Published on

ຂປລ. ໃນຊຸມປີຜ່ານມາ ທາງພາກລັດ ໄດ້ມີການສົ່ງເສີມ ປະຊາຊົນລາວບັນດາເຜົ່າ ກໍ​ຄື ຜູ້​ປະກອບ​ການ ​ລວມທັງນັກ​ລົງທຶນ ພາຍ​ໃນ ​ແລະ ຕ່າງປະ​ເທດ ​ປູກ​ພືດ​ອຸດສາຫະກຳ​ ເພື່ອ​ເປັນ​ສິນ​ຄ້າ​ສົ່ງ​ອອກ ຢ່າງຫລວງ​ຫລາຍ​ ໃນ​ທົ່ວ​ປະ​ເທດ ​ໂດຍ​ສະ​ເພາະ ​ຢູ່​​ແຂວງພາກ​ເໜືອຂອງ​ລາວ ບໍ່ວ່າ​ຈະ​ເປັນການ​ປູກ​ ຕົ້ນຢາງພາລາ, ​ໄມ້​ເກດສະໜາ, ​ໄມ້​ສັກ ​ແລະ ອື່ນໆ ​​ເຊິ່ງມາ​ຮອດ​ປັດຈຸບັນ ​ເຫັນ​ວ່າ​ລາຄາ​ຢາງພາລາ​​ ຕົກ​ຕ່ຳລົງ​ໃນ​ແຕ່ລະ​ປີ ​ເຮັດ​ໃຫ້ປະຊາຊົນ​​​ ໃນ​ແຂວງ​ບໍ່​ແກ້ວ ພົບ​ຄວາມ​ຫຍຸ້ງຍາກ ​ແລະ ​ໄດ້​ຫັນ​ໄປ​ປູກ​ພືດ​ຊະນິດ​ອື່ນ​ທົດ​ແທນ ​ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່, ພ້ອມ​ທັງ​ ຮຽກຮ້ອງ​ໃຫ້​ພາກ​ລັດ ​ເຂົ້າ​ໄປ​ຊ່ວຍ​ຫາ​ວິທີ​​ແກ້​ໄຂ​.

ທ່ານ ຄໍາແພງ ໃຈຍະສັກ ຮອງຫົວໜ້າຂະແໜງປ່າໄມ້ ແຂວງບໍ່​ແກ້ວ ​ໄດ້​ໃຫ້​ສຳພາດ​ ໃນ​ວັນ​ທີ 29 ມີນາ ນີ້ວ່າ: ໃນປີ 2001-2012 ທາງພະແນກກະສິກໍາປ່າໄມ້ ກໍຄື ຂະແໜງປ່າໄມ້ ໄດ້ລົງລະດົມຊຸກຍູ້ປະຊາຊົນ ເປີດກວ້າງໃຫ້ນັກລົງທຶນເຂົ້າມາລົງທຶນ, ໃຫ້ປະຊາຊົນປູກຕົ້ນຢາງພາລາ ແລະ ໄມ້ອຸດສາຫະກໍາ ເພື່ອໃຫ້ປະຊາຊົນຢຸດຕິການຖາງປ່າ ເຮັດໄຮ່ເລື
ອນລອຍ ຫັນມາປູກຕົ້ນຢາງພາລາ ເປັນອາຊີບຄົງທີ່ສ້າງລາຍຮັບເຂົ້າຄອບຄົວ ໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກ. ​ເຊິ່ງໄດ້ມີນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ, ໃນນີ້ມີ ບໍລິສັດພາຍໃນ 2 ບໍລິສັດ ໃນເນື້ອທີ 2.069 ເຮັກຕາ, ບໍລິສັດຕ່າງປະເທດ 9 ບໍລິສັດ ໃນເນື້ອທີ 13.209 ເຮັກຕາ ຮູບແບບການລົງທຶນ ໃຫ້ປະຊາຊົນແມ່ນ 2+3 ແລະ ມີປະຊາຊົນປູກເອງອີກ 10.968 ເຮັກຕາ ລວມເນື້ອທີ່ທັງໝົດ 26.246 ເຮັກຕາ.

ຜົນໄດ້ຮັບ ຈາກການຂາຍຢາງພາລາ ຂອງປະຊາຊົນໃນເບື້ອງຕົ້ນ ລາຄາຢາງພາລາສູງເຖິງ 13.800 ກີບ/ກິໂລ. ຈາກ​ນັ້ນ ໄດ້ຫລຸດລົງເປັນ 9.200 ກີບ/ກິໂລ, ມາຮອດປັດຈຸບັນ ຍັງເຫລືອພຽງແຕ່ 4.000 ກີບ/ກິໂລ ເຮັດໃຫ້ປະຊາຊົນກໍ​ຄື ​ເຈົ້າ​ຂອງ​ສວນ​ຢາງ​ຈຳນວນໜຶ່ງ ຢຸດຕິ​ການ​ປາດ​ຢາງ​ຂາຍ, ຈຳນວນໜຶ່ງຕັດອອກ​ເພື່ອຫັນເອົາເນື້ອທີ່ດັ່ງກ່າວ ໄປປູກພືດອື່ນທົດແທນທີ່ມີລາຍຮັບດີກວ່າ ແລະ ມີຕະຫລາດຮອງຮັບ. ສໍາລັບເນື້ອທີ່ໆຫັນເອົາ ສວນຢາງພາລາ ໄປປູກພືດ ແນວອື່ນນັ້ນ ຍັງບໍ່ທັນມີຕົວເລກທີ່ຊັດເຈນເທື່ອ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...